ການກຳນົດໃໝ່ຕໍ່ການພົວພັນລະຫວ່າງຈີນກັບຕັດຈິກິດສະຖານໄດ້ສ້າງອະນາຄົດໃໝ່ໃຫ້ແກ່ການຮ່ວມມືລະຫວ່າງສອງປະເທດ

2024-07-08 17:14:44 CRI



ໃນໄລຍະວັນທີ 4 ຫາ ວັນທີ 6 ກໍລະກົດນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເດີນທາງໄປຢ້ຽມຢາມຕັດຈິກິດສະຖານທາງລັດຖະກິດ. ໃນໄລຍະນີ້, ສອງຝ່າຍໄດ້ປະກາດສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຈີນກັບຕັດຈິກິດສະຖານໃນຍຸກໃໝ່, ເຊິ່ງເປັນການວາງແຜນແມ່ບົດອັນໃໝ່ເພື່ອສ້າງຄູ່ຮ່ວມຊາຕາກຳຈີນ-ຕັດຈິກິດສະຖານຈາກຈຸດເລີ່ມຕົ້ນທີ່ສູງກວ່າເກົ່າ.


ຫຼັງຈາກກຳນົດເປົ້າໝາຍອັນໃໝ່ແລ້ວ, ຄວນລົງມືສຸມຄວາມພະຍາຍາມໃນດ້ານໃດແດ່? ປະມຸກລັດສອງປະເທດໄດ້ວາງແຜນຢ່າງລະອຽດ.



ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງເປັນພື້ນຖານແຫ່ງສາຍພົວພັນລະຫວ່າງສອງປະເທດ. ໃນຖະແຫຼງການຮ່ວມຂອງສອງຝ່າຍໄດ້ລະບຸວ່າ, ຕັດຈິກິດສະຖານກ່າວຢ້ຳຢ່າງຊັດເຈນເຖິງການຍຶດໝັ້ນຫຼັກການປະເທດຈີນດຽວຢ່າງເດັດດ່ຽວ; ຈີນຈະສະໜັບສະໜູນຄວາມເປັນເອກະລາດ ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຕັດຈິກິດສະຖານຄືດັ່ງທີ່ເຄີຍໄດ້ປະຕິບັດຜ່ານມາຢ່າງເດັດດ່ຽວ.


ການຮ່ວມມືທີ່ເປັນຮູບປະທຳໄດ້ສ້າງພື້ນຖານດ້ານວັດຖຸຂອງສາຍພົວພັນລະຫວ່າງຈີນ-ຕັດຈິກິດສະຖານໃຫ້ໜັກແໜ້ນ. ຈີນເປັນປະເທດແຫຼ່ງການລົງທຶນໃຫຍ່ທີ່ສຸດ ແລະ ກໍເປັນໜຶ່ງໃນຄູ່ການຄ້າສຳຄັນຂອງຕັດຈິກິດສະຖານມາເປັນໄລຍະດົນນານ. ເທື່ອນີ້, ຝ່າຍຈີນໄດ້ສະເໜີວ່າຈະເປີດກວ້າງການນຳເຂົ້າຜະລິດຕະພັນທີ່ມີຄຸນນະພາບດີເດັ່ນຈາກຕາຊິກສະຖານ, ລົງເລິກການຮ່ວມມືດ້ານການເຊື່ອມໂຍງເຊື່ອມຈອດກັນຢ່າງຕໍ່ເນື່ອງ, ລົງເລິກການຮ່ວມມືດ້ານຊັບພະຍາກອນບໍ່ແຮ່, ຍົກລະດັບການຮ່ວມມືດ້ານກະສິກຳ, ບຳລຸງສ້າງຈຸດເຕີບໂຕຜ່ານການຮ່ວມມືດ້ານກຳລັງການຜະລິດໃນຄຸນນະພາບໃໝ່, ເຊັ່ນ: ພະລັງງານໃໝ່, ເສດຖະກິດດີຈີຕອນ, ປັນຍາປະດິດ, ການຄ້າເອເລັກໂຕຣນິກ ແລະອື່ນໆ. ນີ້ບໍ່ພຽງແຕ່ຈະເລັ່ງລັດການພັດທະນາຂອງຕັດຈິກິດສະຖານໃຫ້ໄວຂຶ້ນເທົ່ານັ້ນ, ແຕ່ຍັງມີຜົນດີຕໍ່ການຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ດ້ວຍຄຸນນະພາບສູງຢ່າງບໍ່ຢຸດຢັ້ງ.


ເມື່ອການແລກປ່ຽນທີ່ມີຜົນປະໂຫຍດຕໍ່ຊີວິດການເປັນຢູ່ຂອງປະຊາຊົນໄດ້ເພີ່ມຂຶ້ນ, ປະຊາຊົນກໍຈະມີຄວາມເຂົ້າໃຈ ແລະ ຄວາມສະໜິດສະໜົມຫຼາຍກວ່າເກົ່າ. ຫ້ອງປະຕິບັດງານຫຼູປ່ານແຫ່ງທຳອິດຢູ່ພາກພື້ນອາຊີກາງທີ່ເປີດບໍລິການຢູ່ຕັດຈິກິດສະຖານເປັນເວລາ 2 ປີມານີ້, ໄດ້ຊ່ວຍເຫຼືອອົບຮົມຜູ້ມີຄວາມຮູ້ຄວາມສາມາດທີ່ຍັງຂາດແຄນເປັນຈຳນວນຫຼວງຫຼາຍໃຫ້ແກ່ອາຊີວະສຶກສາ ແລະ ຂະບວນການຫັນເປັນອຸດສາຫະກຳ ແລະຫັນເປັນທັນສະໄໝຂອງຕັດຈິກິດສະຖານ. ນອກນັ້ນ, ສະຖາບັນຂົງຈື້, ສູນຢາ ແລະ ແພດແຜນຈີນລະຫວ່າງຈີນ-ຕັດຈິກິດສະຖານກໍໄດ້ສ້າງຂົວເຊື່ອມຕໍ່ດ້ນາແນວຄິດຈິດໃຈຂອງປະຊາຊົນສອງຊາດອີກດ້ວຍ.


ການຮ່ວມມືລະຫວ່າງຈີນ ແລະ ຕັດຈິກິດສະຖານຍັງຈະສາມາດສ້າງຜົນງານອັນໃຫຍ່ຫຼວງ ແລະ ມີອະນາຄົດທີ່ດີ, ຄູ່ຮ່ວມຊາຕາກຳຈີນ-ຕັດຈິກິດສະຖານກໍຈະມີອະນາຄົດທີ່ດີງາມກວ່າເກົ່າຢ່າງແນ່ນອນ.