ວັນທີ 7 ກໍລະກົດນີ້, ນັກຂ່າວໄດ້ຮັບຂໍ້ມູນຈາກຄະນະກຳມະການການພັດທະນາແລະປະຕິຮູບແຫ່ງຊາດຈີນວ່າ: ຄະນະກຳມະການການພັດທະນາແລະປະຕິຮູບແຫ່ງຊາດຈີນໄດ້ຈັດສັນງົບປະມານການລົງທຶນ 2 ຮ້ອຍລ້ານຢວນທີ່ເປັນງົບປະມານຈາກສູນກາງ, ເພື່ອສະໜັບສະໜູນການຟື້ນຟູສຸກເສີນໃຫ້ແກ່ໂຮງຮຽນ, ໂຮງໝໍ, ສິ່ງກໍ່ສ້າງຊົນລະປະທານແລະປ້ອງກັນໄພນ້ຳຖ້ວມທີ່ໄດ້ຖືກທຳລາຍຢູ່ເຂດປະສົບໄພຂອງແຂວງຫູໜານ(ລວມທັງເມືອງຮວາໂຢງແລະເມືອງພີງຈ່ຽງນະຄອນເຢຢາງ)ແລະແຂວງຈ່ຽງຊີ່, ເພື່ອຊຸກຍູ້ໃຫ້ເຂດປະສົບໄພເຫຼົ່ານີ້ໄດ້ຟື້ນຟູລະບົບການຜະລິດແລະຊີວິດການເປັນຢູ່ຢ່າງເປັນປົກກະຕິໂດຍໄວ.