6 ເດືອນຕົ້ນປີ 2024 ກຳປູເຈຍໄດ້ອະນຸມັດໂຄງການລົງທຶນ 190 ໂຄງການ

2024-07-08 15:13:04 cri

ສະພາມົນຕີການພັດທະນາຂອງກຳປູເຈຍໄດ້ເຜີຍແຜ່ບົດລາຍງານຫຼ້າສຸດສະບັບໜຶ່ງອອກມາວ່າ: ນັບແຕ່ເດືອນມັງກອນຫາເດືອນມິຖຸນາປີ 2024 ນີ້, ອົງການດັ່ງກ່າວໄດ້ອະນຸມັດໂຄງການການລົງທຶນໃໝ່ແລະເປີດກວ້າງການຜະລິດເພີ່ມອີກລວມເປັນ 190 ໂຄງການ, ເຊິ່ງມີຍອດມູນຄ່າການລົງທຶນຫຼາຍກວ່າ 3 ຕື້ 2 ຮ້ອຍລ້ານໂດລາ, ເຊິ່ງຄາດຄະເນວ່າຈະສ້າງໂອກາດດ້ານການປະກອບອາຊີບຫຼາຍກວ່າ 168.000 ຄົນໃຫ້ແກ່ປະຊາຊົນທ້ອງຖິ່ນ.

 

ອີງຕາມສື່ມວນຊົນທ້ອງຖິ່ນໄດ້ນຳເອົາຕົວເລກສະຖິຕິຂອງຝ່າຍທາງການລາຍງານວ່າ: ຈຳນວນໂຄງການການລົງທຶນທີ່ໄດ້ຮັບການອະນຸມັດໃນ 6 ເດືອນຕົ້ນປີ 2024 ນີ້ຂອງກຳປູເຈຍໄດ້ເພີ່ມຂຶ້ນອີກ 77 ໂຄງການເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້, ເພີ່ມຂຶ້ນເປັນ 68% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້; ຍອດມູນຄ່າການລົງທຶນກໍໄດ້ເພີ່ມຂຶ້ນຫຼາຍກວ່າ 190%ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້ເຊິ່ງມີມູນຄ່າ 1 ຕື້ 1 ຮ້ອຍລ້ານໂດລາ.