ຮອງນາຍົກລັດຖະມົນຕີຈີນແລະຣັດເຊຍ ຈະຮ່ວມກັນເປັນປະທານ ກອງປະຊຸມຄັ້ງທີ 5 ຂອງຄະນະກຳມະການຮ່ວມມືລະຫວ່າງລັດຖະບານ “ພາກຕາເວັນອອກສຽງເໜືອ-ຕາເວັນອອກໄກ” ຈີນ-ຣັດເຊຍ

2024-07-08 14:57:30 cri


ທ່ານເຮີຢ້າຕົ່ງ, ໂຄສົກກະຊວງການຄ້າຈີນປະກາດວ່າ: ຈີນກັບຣັດເຊຍໄດ້ເປິກສາຫາລືແລະຕົກລົງກັນວ່າ: ກອງປະຊຸມຄັ້ງທີ 5 ຂອງຄະນະກຳມະການຮ່ວມມືລະຫວ່າງລັດຖະບານ “ພາກຕາເວັນອອກສຽງເໜືອ-ຕາເວັນອອກໄກ” ຈີນ-ຣັດເຊຍ ຈະຈັດຂຶ້ນຢູ່ນະຄອນວາລະດີວົສຕົກ( Vladivostok) ໃນວັນທີ 9 ກໍລະກົດນີ້. ທ່ານຈ່າງກົວຊີ່ງ ຮອງນາຍົກລັດຖະມົນຕີຈີນກັບ ທ່ານຢູຣີ ຕຣູນີເຢັນ, ຮອງນາຍົກລັດຖະມົນຕີຣັດເຊຍທັງເປັນຜູ້ຕາງໜ້າທີ່ມີອຳນາດເຕັມຂອງປະທານາທິບໍດີຣັດເຊຍ ປະຈຳເຂດສະຫະພັນຕາເວັນອອກໄກ ຈະເປັນປະທານຮ່ວມກອງປະຊຸມດັ່ງກ່າວ.