ທ່ານ ສີຈິ້ນຜິງ ສົ່ງໂທລະເລກຊົມເຊີຍເຖິງທ່ານ ດາວິດ ຕີວາ ຄັບ ຜູ້ສຳເລັດລາຊະການຄົນໃໝ່ຂອງຊາໂລມົງ ອິດສະແລນ

2024-07-08 15:31:11 cri

      ວັນທີ 8 ກໍລະກົດນີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງໂທລະເລກຊົມເຊີຍເຖິງທ່ານ ດາວິດ ຕີວາ ຄັບ ເພື່ອຊົມເຊີຍທ່ານດຳລົງຕຳແໜ່ງຜູ້ສຳເລັດລາຊະການຄົນໃໝ່ຂອງຊາໂລມົງ ອິດສະແລນ.


      ເນື້ອໃນໂທລະເລກຊົມເຊີຍຂອງທ່ານ ສີຈິ້ນຜິງ ລະບຸວ່າ: ປີນີ້ແມ່ນປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຈີນກັບຊາໂລມົງ ອິດສະແລນຄົບຮອບ 5 ປີ. ໃນໄລຍະ 5 ປີຜ່ານມາ,ຄວາມໄວ້ເນື້ອເຊື່ອໃຈກັນທາງການເມືອງລະຫວ່າງສອງປະເທດໄດ້ຮັບການເພີ່ມທະວີລົງສູ່ລວງເລິກຢ່າງຕໍ່ເນື່ອງ, ການຮ່ວມມືທີ່ແທ້ຈິງລະຫວ່າງສອງຝ່າຍໄດ້ຮັບຜົນງານທີ່ອຸດົມສົມບູນ,ສອງຝ່າຍໄດ້ໃຫ້ການສະໜັບສະໜູນເຊິ່ງກັນແລະກັນຢ່າງເດັດດ່ຽວໜຽວແໜ້ນໃນບັນຫາທີ່ກ່ຽວຂ້ອງເຖິງຜົນປະໂຫຍດໃຈກາງຂອງກັນແລະກັນລວມທັງບັນຫາສຳຄັນແລະໃຫຍ່ທີ່ສອງຝ່າຍມີຄວາມສົນໃຈນຳກັນ,ໄດ້ນຳເອົາຄວາມສົມບູນພູນສຸກມາໃຫ້ແກ່ປະຊາຊົນສອງປະເທດ. ຂ້າພະເຈົ້າເອົາໃຈໃສ່ໃນລະດັບສູງຕໍ່ການຂະຫຍາຍການພົວພັນລະຫວ່າງຈີນກັບຊາໂລມົງ ອິດສະແລນ, ຍິນດີທຳຄວາມພະຍາຍາມຮ່ວມກັບຜູ້ສຳເລັດລາຊະການ,ຊຸກຍູ້ໃຫ້ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານໃນຍຸກໃໝ່ລະຫວ່າງຈີນກັບຊາໂລມົງ ອິດສະແລນກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ,ເພື່ອສ້າງຄວາມສຸກໃຫ້ແກ່ປະຊາຊົນສອງປະເທດໄດ້ເປັນຢ່າງດີກວ່າເກົ່າ.