ເຫດການໃໝ່ແຫ່ງການເຊື່ອມໂຍງເຂົ້າກັນຂອງເຂດອ່າວໃຫຍ່ຈີນ: “ລົດຮົງກົງເດີນທາງອອກໄປສູ່ທິດເໜືອແຜ່ນດິນໃຫຍ່ຈີນ” ຫຼາຍກວ່າໜຶ່ງລ້ານເທື່ອຄັນ

2024-07-08 16:46:37 cri


ອີງຕາມຕົວເລກສະຖິຕິຂອງສະຖານີກວດກາຢູ່ດ່ານຊາຍແດນຂົວໃຫຍ່ຮົງກົງ-ຈູ່ຫາຍ-ມາກາວ, ນັບແຕ່ໄດ້ເລີ່ມປະຕິບັດນະໂຍບາຍ “ໃຫ້ລົດຮົງກົງເດີນທາງອອກໄປສູ່ທິດເໜືອແຜ່ນດິນໃຫຍ່ຈີນ” ເມື່ອວັນທີ 1 ກໍລະກົດປີ 2023 ຈົນມາຮອດຕອນບ່າຍຂອງວັນທີ 7 ກໍລະກົດ 2024 ນີ້, ລົດທີ່ເປັນປ້າຍລົດຂອງຮົງກົງທີ່ເຂົ້າອອກດ່ານຢູ່ຂົວໃຫຍ່ຮົງກົງ-ຈູ່ຫາຍ-ມາກາວ ໄດ້ບັນລຸໜຶ່ງລ້ານກວ່າເທື່ອຄັນ, ເຊິ່ງເປັນເຫດການໃຫມ່ທີ່ມີຄວາມໝາຍສຳຄັນແຫ່ງການເຊື່ອມໂຍງເຂົ້າກັນຂອງເຂດອ່າວໃຫຍ່ຈີນ.


ຕາມການແນະນຳໃຫ້ຮູ້ວ່າ, ພາກສ່ວນກວດກາຢູ່ດ່ານໄດ້ຄົ້ນຄວ້າແນວຄິດສຳລັບການປະດິດສ້າງໃໝ່ໃນດ້ານການຄຸ້ມຄອງຢ່າງຕໍ່ເນື່ອງ ເພື່ອເຮັດໃຫ້ການຜ່ານດ່ານສະດວກຂຶ້ນຕື່ມ, ແລະເຮັດໃຫ້ຂັ້ນຕອນການກວດກາຢູ່ດ່ານແລະຈົດທະບຽນງ່າຍຂຶ້ນກວ່າເກົ່າ, ຕັ້ງໜ້າຊຸກຍູ້ການຊົມໃຊ້ແລະແບ່ງປັນຕົວເລກຂໍ້ມູນ, ເລັ່ງລັດປະຕິບັດໂຄງການຍົກສູງປະສິດທິພາບສຳລັບການຜ່ານດ່ານຊາຍແດນຢູ່ທາງຂົວໃຫຍ່ດັ່ງກ່າວ.