ທ່ານ ສີຈິ້ນຜິງ ສົ່ງສານຊົມເຊີຍໄປຍັງກອງປະຊຸມເວທີເປິກສາຫາລືການພັດທະນາແບບສີຂຽວລະຫວ່າງບັນດາປະເທດອົງການຮ່ວມມືຊຽງໄຮ້

2024-07-08 16:09:20 cri

     ວັນທີ 8 ກໍລະກົດນີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານຊົມເຊີຍໄປຍັງກອງປະຊຸມເວທີເປິກສາຫາລືການພັດທະນາແບບສີຂຽວລະຫວ່າງບັນດາປະເທດອົງການຮ່ວມມືຊຽງໄຮ້ທີ່ໄດ້ໄຂຂຶ້ນຢູ່ນະຄອນຊິ່ງຕາວແຂວງຊ່ານຕຸ່ງຂອງຈີນ.

      ເນື້ອໃນສານຊົມເຊີຍຂອງທ່ານ ສີຈິ້ນຜິງ ລະບຸວ່າ:ຈີນຫວັງໃຫ້ຜ່ານການຈັດກອງປະຊຸມເວທີເປິກສາຫາລືຄັ້ງນີ້, ສາມາດເພີ່ມທະວີການແລກປ່ຽນແລະຮ່ວມມືກັນກັບບັນດາຝ່າຍໃນຂົງເຂດການພັດທະນາແບບສີຂຽວ,ຊ່ວຍເຫຼືອການພັດທະນາແບບຍືນຍົງທາງດ້ານເສດຖະກິດສັງຄົມຂອງບັນດາປະເທດ,ຊຸກຍູ້ການຢູ່ຮ່ວມກັນຢ່າງກົມກຽວກັນລະຫວ່າງມະນຸດກັບທຳມະຊາດ. ຈີນຍິນດີຮ່ວມກັບບັນດາຝ່າຍສົ່ງເສີມ “ຈິດໃຈຊຽງໄຮ້”,ເພີ່ມທະວີຄວາມສາມັກຄີແລະການປະສານງານກັນ,ຊຸກຍູ້ການພັດທະນາແບບສີຂຽວ ເພື່ອຂຽນໜ້າໃໝ່ແຫ່ງການພັດທະນາຮ່ວມກັນ,ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຂອງອົງການຮ່ວມມືຊຽງໄຮ້ໃຫ້ມີຄວາມແໜ້ນແຟ້ນຫຼາຍຂຶ້ນກວ່າເກົ່າ.