ກອງທັບຈີນແລະກອງທັບເບລາຣຸດຊີຈະຈັດການຊ້ອມຮົບຮ່ວມຂອງກອງທັບບົກພາຍໃຕ້ຫົວຂໍ້ “ນົກອິນຊີຕະລຸມບອນ-2024”

2024-07-08 13:12:05 cri

 

ວັນທີ 7 ກໍລະກົດນີ້, ນັກຂ່າວໄດ້ຮັບຂໍ້ມູນຈາກກະຊວງປ້ອງກັນປະເທດຈີນວ່າ: ໂດຍອີງຕາມແຜນການປະຈຳປີແລະຄວາມເຫັນທີ່ເປັນເອກະພາບກັນຂອງສອງຝ່າຍລະຫວ່າງຈີນ-ເບລາຣຸດຊີ, ກອງທັບຂອງສອງປະເທດຈີນແລະເບລາຣຸດຊີຈະຈັດການຊ້ອມຮົບຮ່ວມຂອງກອງທັບບົກພາຍໃຕ້ຫົວຂໍ້  “ນົກອິນຊີຕະລຸມບອນ-2024” ຢູ່ເຂດບໍລິເວນນະຄອນເບຼສຂອງເບລາຣຸດຊີໃນກາງເດືອນກໍລະກົດນີ້. ການຊ້ອມຮົບຮ່ວມຄັ້ງນີ້ຈະຖືການປະຕິບັດໜ້າທີ່ການຕໍ່ຕ້ານການກໍ່ການຮ້າຍເປັນເບື້ອງຫຼັງ, ສອງຝ່າຍຈະຮ່ວມກັນສຳເລັດການເຝິກຊ້ອມດ້ານການຊ່ວຍເຫຼືອຕົວປະກັນ, ການເຄື່ອນໄຫວຕ້ານການກໍ່ການຮ້າຍຮ່ວມແລະອື່ນໆ, ເຊິ່ງມີຈຸດປະສົງເພື່ອຍົກຍູງລະດັບການເຝິກຊ້ອມແລະຄວາມສາມາດໃນການປະສານງານກັນຂອງກອງທັບ, ລົງເລິກການຮ່ວມມືຕົວຈິງລະຫວ່າງກອງທັບບົກຂອງສອງປະເທດຕື່ມອີກ.