ນາຍົກລັດຖະມົນຕີຈີນສົ່ງໂທລະເລກຊົມເຊີຍໄປຍັງນາຍົກລັດຖະມົນຕີອັງກິດຄົນໃໝ່

2024-07-08 10:53:28 CRI

ວັນທີ 7 ກໍລະກົດນີ້, ທ່ານຫຼີສຽງ ນາຍົກລັດຖະມົນຕີຈີນໄດ້ສົ່ງໂທລະເລກໄປຍັງທ່ານເກຍ ສະຕາເມີ, ເພື່ອຊົມເຊີຍທ່ານໄດ້ດຳລົງຕຳແໜ່ງນາຍົກລັດຖະມົນຕີອັງກິດ.


ໃນໂທລະເລກຂອງທ່ານຫຼີສຽງລະບຸວ່າ: ຈີນ ແລະອັງກິລ້ວນແຕ່ແມ່ນປະເທດມົນຕີຖາວອນຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ແລະອົງກອນເສດຖະກິດທີ່ສຳຄັນຂອງໂລກ, ສອງປະເທດເພີ່ມທະວີການປະສານງານ ແລະການຮ່ວມືນັ້ນ, ສອດຄ່ອງກັບຜົນປະໂຫຍດຂອງສອງຝ່າຍ, ຍັງມີຜົນດີຕໍ່ປະຊາຄົມໂລກໃນການຮັບມືກັບສິ່ງທ້າທາຍທົ່ວໂລກດ້ວຍຄວາມສາມັກຄີ. ລັດຖະບານຈີນໃຫ້ຄວາມສຳຄັນສູງຕໍ່ການພົວພັນລະຫວ່າງຈີນ-ອັງກິດ, ຍິນດີທຳຄວາມພະຍາຍາມຮ່ວມກັບລັດຖະບານຊຸດໃໝ່ຂອງອັງກິດ, ປັບປຸງຄວາມໄວ້ເນື້ອເຊື່ອໃຈກັນດ້ານການເມືອງ, ເປີດກວ້າງການຮ່ວມມືທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ຮັກສາການແລກປ່ຽນດ້ານວັດທະນະທຳຢ່າງແໜ້ນແຟ້ນ, ຊ່ວຍເຫຼືອເຊິ່ງກັນແລະກັນເພື່ອພັດທະນາເສດຖະກິດສັງຄົມຂອງປະເທດຕົນ, ຮ່ວມກັນຊຸກຍູ້ສັນຕິພາບ ສະຖຽນລະພາບ ແລະຄວາມຈະເລີນຮຸ່ງເຮືອງຂອງໂລກ.