ວັນທີ 7 ກໍລະກົດນີ້, ທ່ານໂຢອາຟ ກາລັນດ, ລັດຖະມົນຕີກະຊວງປ້ອງກັນປະເທດອິດສະຣາແອນກ່າວວ່າ: ບໍ່ວ່າອິດສະຣາແອນກັບຂະບວນການຕໍ່ຕ້ານອິສລາມປາແລັດສະຕິນ ຫຼື ກຸ່ມຮາມັສ ຈະໄດ້ເຊັນສັນຍາຢຸດຍິງຢູ່ເຂດກາຊາຫຼືບໍ່, ການສູ້ຮົບລະຫວ່າງທະຫານອິດສະຣາແອນກັບພັກເຮັສໂບລາລີບັງຍັງຈະສືບຕໍ່ໄປອີກ.
ສື່ມວນຊົນອິດສະຣາແອນລາຍງານວ່າ, ໃນເວລາທີ່ທ່ານກາລັນດ ສຳຫຼວດກອງທັບອິດສະຣາແອນຢູ່ ໂນນໂກລັນ ທີ່ຄວບຄຸມໂດຍອິດສະຣາແອນໃນວັນທີ 7 ກໍລະກົດນີ້, ທ່ານໄດ້ອອກຄຳສັ່ງຢ່າງຈະແຈ້ງໃຫ້ທະຫານອິດສະຣາແອນທີ່ປະຈຳຢູ່ພາກເໜືອແລະພາກໃຕ້, ຄື: ພາກໃຕ້ກັບພາກເໜືອແມ່ນຂອງເຂດທີ່ປະຕິບັດໜ້າທີ່ຢ່າງເປັນເອກະລາດ. ເຖິງວ່າ, ທະຫານອິດສະຣາແອນຈະໄດ້ເຊັນສັນຍາກັບກຸ່ມຮາມັສ ກ່ຽວກັບການຢຸດຍິງແລະປ່ອຍຜູ້ຄົນທີ່ເປັນຕົວປະກັນຢູ່ພາກໃຕ້, ແຕ່ມັນບໍ່ໄດ້ກ່ຽວພັນເຖິງການເຄື່ອນໄຫວທາງການທະຫານຢູ່ທາງພາກເໜືອຂອງທະຫານອິດສະຣາແອນ, ນອກຈາກວ່າ ພັກເຮັສໂບລາຂອງລີບັງຈະເຊັນສັນຍາທີ່ກ່ຽວຂ້ອງກັບອິດສະຣາແອນ.