ທ່ານຫວາງຢີ້ພົບປະເຈລະຈາກັບນາຍົກເບລາຣຸດຊີ

2024-07-09 14:29:42 cri

 

ວັນທີ 8 ກໍລະກົດນີ້, ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະເຈລະຈາກັບທ່ານມັກຊິມ ເຣເຈນໂຄຟ ລັດຖະມົນຕີກະຊວງການຕ່າງປະເທດເບລາຣຸດຊີຢູ່ນະຄອນຫຼວງປັກກິ່ງຂອງຈີນ.

 

ທ່ານຫວາງຢີ້ກ່າວວ່າ: ຈີນຍິນດີຮ່ວມກັນກັບເບລາຣຸດຊີຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະພາບກັນອັນສຳຄັນລະຫວ່າງປະມຸກລັດສອງປະເທດໃຫ້ດີ, ຊຸກຍູ້ໃຫ້ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານທຸກເວລາລະຫວ່າງຈີນ-ເບລາຣຸດຊີກ້າວສູ່ລວງເລິກແລະມີຜົນຕົວຈິງຢ່າງບໍ່ຢຸດຢັ້ງ. ຍິນດີຖືການເປັນປະເທດປະທານໝູນວຽນຂອງອົງການຮ່ວມມືຊຽງໄຮເປັນໂອກາດ, ຮ່ວມກັນກັບແຕ່ລະຝ່າຍສົ່ງເສີມ “ນ້ຳໃຈຊຽງໄຮ້”ນຳກັນ, ເຮັດໃຫ້ຊື່ສຽງຂອງອົງການຮ່ວມມືຊຽງໄຮດັງກວ່າເກົ່າ.

 

ທ່ານມັກຊິມ ເຣເຈນໂຄຟກ່າວວ່າ: ເບລາຣຸດຊີສະແດງຄວາມຊົມເຊີຍໃນລະດັບສູງແລະຈະສືບຕໍ່ເຂົ້າຮ່ວມຂໍ້ລິເລີ່ມທົ່ວໂລກຕ່າງໆທີ່ສະເໜີໂດຍທ່ານປະທານສີຈິ້ນຜິງຢ່າງເລິກເຊິ່ງ, ຍຶດໝັ້ນປະຕິບັດລັດທິຫຼາຍຝ່າຍ, ຮ່ວມກັນຮັບມືກັບສິ່ງທ້າທາຍທີ່ມີລັກສະນະທົ່ວໂລກ.