ແຜນ​ທີ່ 200 ປີ PK ປື້ມ​ບັນ​ທຶກ​ການ​ປ່ຽນ​ແປງ​ຂອງ​ເສັ້ນ​ທາງ​​ການເດີນ​ເຮືອ 600 ປີ

2024-07-09 09:23:55 CRI


ໃນຄະດີຕັດສິນກ່ຽວກັບບັນຫາທະເລຈີນໃຕ້, ຟິລິບປິນໄດ້ຍື່ນແຜນທີ່ໃນໄລຍະທີ່ເປັນຫົວເມືອງຂຶ້ນເມື່ອ 200 ກວ່າປີກ່ອນໃຫ້ກັບສານຕັດສິນ, ໂດຍເຈຕະນາໃຊ້ເປັນອັນທີ່ເອີ້ນວ່າ “ຫຼັກຖານດ້ານປະຫວັດສາດທີ່ມີລັກສະນະຂໍກຸນແຈ” ເພື່ອຢືນຢັນວ່າ ເກາະຫວງຢຽນເປັນຂອງຟິລິບປິນ. ແຕ່ຜູ້ຊ່ຽວຊານຈີນເຫັນວ່າ, ມີແຜນທີ່ທະເລທີ່ເກົ່າແກ່ກວ່ານັ້ນ ຕົວຢ່າງວ່າ “ປື້ມເກີ່ງລູ້ປູ້”ຫຼື“ປື້ມບັນທຶກການປ່ຽນແປງຂອງເສັ້ນທາງການເດີນເຮືອຢູ່ທະເລຈີນໃຕ້”ທີ່ເກົ່າແກ່ກວ່າຈຶ່ງ ຖືວ່າມີຄວາມໜ້າເຊື່ອຖືຫຼາຍກວ່າ. ນອກນີ້ສຳລັບອະທິປະໄຕເໜືອຜືນແຜ່ນດິນແມ່ນບໍ່ຄວນຢືນຢັນໂດຍອາໄສພຽງແຕ່ແຜນທີ່ສະບັບດຽວເທົ່ານັ້ນ.