
ວັນທີ 8 ກໍລະກົດນີ້, ທ່ານໂວໂລດີເມຍ ເຊເລນສະກີ ປະທານາທິບໍດີອູແກຣນທີ່ກຳລັງຢ້ຽມຢາມໂປໂລຍ ແລະທ່ານໂດນານ ຟຣານສິສເຊັກ ຕຸສກ໌ ນາຍົກລັດຖະມົນຕີໂປໂລຍ ໄດ້ເຊັນສັນຍາວ່າດ້ວຍຄວາມໝັ້ນຄົງສອງຝ່າຍສະບັບໜຶ່ງຢູ່ນະຄອນຫຼວງວັກໂຊວີຂອງໂປໂລຍ.
ສັນຍາສະບັບດັ່ງກ່າວໄດ້ລະບຸຢ່າງຈະແຈ້ງວ່າ: ໂປໂລຍຈະໃຫ້ການສະໜັບສະໜູນແກ່ອູແກຣນໃນດ້ານການປ້ອງກັນທາງອາກາດ ຄວາມປອດໄພດ້ານພະລັງງານ ແລະການສ້າງບ້ານແປງເມືອງຄືນໃໝ່. ພາຍຫຼັງໄດ້ເຊັນສັນຍາແລ້ວ, ທ່ານໂດນານ ຟຣານສິສເຊັກ ຕຸສກ໌ກ່າວວ່າ: ສັນຍາດັ່ງກ່າວລວມທັງຄຳໝັ້ນສັນຍາຕົວຈິງລະຫວ່າງສອງຝ່າຍ, ບໍ່ແມ່ນຄຳໝັ້ນສັນຍາທີ່ເປັນປາກເປົ່າຊື່ໆ.