ຈີນເຕືອນໃຫ້ອາເມຣິກາຍຸດຕິການສະໜັບສະໜູນອິດທິກຳລັງແບ່ງແຍກຕິເບດໃຫ້ເປັນເອກະລາດດ້ວຍທຸກຮູບແບບ

2024-07-09 15:01:28 CRI

     ຕາມຂ່າວລາຍງານໃຫ້ຮູ້ວ່າ: ທ່ານອັນໂຕນີ ບຣິນເກນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາໄດ້ອອກຖະແຫຼງການສະແດງຄວາມອວຍພອນວັນເກີດຄົບຮອບ 89 ປີຂອງອົງດາໄລລາມາ, ແລະກ່າວວ່າອາເມຣິກາຈະສະໜັບສະໜູນຄວາມພະຍາຍາມໃນການປົກປັກຮັກສາພາສາ ສາສະໜາ ແລະມູນເຊື້ອວັດທະນະທຳ ພ້ອມດ້ວຍການເລືອກຜູ້ນຳທາງສາສະໜາຢ່າງເສລີຂອງຕິເບດ.



     ກ່ຽວກັບເລື່ອງນີ້, ວັນທີ 8 ກໍລະກົດນີ້, ທ່ານລີນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ຄົນທັງຫຼາຍໄດ້ຮູ້ແລ້ວວ່າ, ດາໄລລາມາອົງທີ 14 ບໍ່ແມ່ນບຸກຄົນທາງສາສະໜາຢ່າງງ່າຍດາຍ, ຫາກແມ່ນຜູ້ຊັດເຊພະເນຈອດ້ານການເມືອງທີ່ດຳເນີນການເຄື່ອນໄຫວແບ່ງແຍກແລະຕໍ່ຕ້ານກັບຈີນດ້ວຍການປິດບັງດ້ານສາສະໜາ. ຈີນເຕືອນໃຫ້ອາເມຣິກາຮັບຮູ້ຄວາມສຳຄັນແລະຄວາມອ່ອນໄຫວຂອງບັນຫາກ່ຽວກັບຕິເບດຢ່າງຈະແຈ້ງແລະເຕັມທີ່, ເຄົາລົບຄຳໝັ້ນສັນຍາຂອງຕົນໃນບັນຫາກ່ຽວກັບຕິເບດ, ຍຸດຕິການສະໜັບສະໜູນອິດທິກຳລັງແບ່ງແຍກຕິເບດໃຫ້ເປັນເອກະລາດດຳເນີນການເຄື່ອນໄຫວແບ່ງແຍກແລະຕໍ່ຕ້ານກັບຈີນດ້ວຍທຸກຮູບແບບ.