ໄຂເວທີເປິກສາຫາລືການພັດທະນາແບບສີຂຽວລະຫວ່າງບັນດາປະເທດອົງການຮ່ວມມືຊຽງໄຮ້

2024-07-09 14:34:16 cri

 

ວັນທີ 8 ກໍລະກົດນີ້, ເວທີເປິກສາຫາລືການພັດທະນາແບບສີຂຽວລະຫວ່າງບັນດາປະເທດອົງການຮ່ວມມືຊຽງໄຮ້ໄດ້ໄຂຂຶ້ນຢູ່ນະຄອນຊີ່ງດາວແຂວງຊ່ານຕຸ່ງຈີນ. ທ່ານນາງເສີນເຢ້ເຢ້ ຮອງປະທານສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນ ປະທານຄະນະກຳມະການການຮ່ວມມືໄມຕີຈິດຖານບ້ານໃກ້ເຮືອນຄຽງຂອງອົງການຮ່ວມມືຊຽງໄຮ້ໄດ້ອ່ານຈົດໝາຍອວຍພອນຂອງທ່ານປະທານສີຈິ້ນຜິງແລະໄດ້ກ່າວຄຳປາໄສ.

 

ທ່ານນາງເສີນເຢ້ເຢ້ກ່າວວ່າ: ເວທີເປິກສາຫາລືຄັ້ງນີ້ແມ່ນເປັນກິດຈະກຳລະດັບສູງຄັ້ງທຳອິດທີ່ໄດ້ຮັບການຈັດຂຶ້ນໂດຍຈີນໃນຖານະເປັນປະເທດປະທານໝູນວຽນ. ພວກເຮົາຕ້ອງຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະພາບກັນຂອງປະມຸກລັດໃນກອງປະຊຸມສຸດຍອດອັສທານາ, ສົ່ງເສີມ “ນ້ຳໃຈຊຽງໄຮ້”, ຍຶດໝັ້ນການຖືຄົນເປັນພື້ນຖານ, ຍົກສູງຄວາມສຸກດ້ານສິ່ງແວດລ້ອມນິເວດຊີວະພາບ; ຍຶດໝັ້ນອາລິຍະທຳທາງນິເວດ, ເພີ່ມກຳລັງແຮງດ້ານການພັດທະນາແບບສີຂຽວ; ຍຶດໝັ້ນລັດທິຫຼາຍຝ່າຍ, ເຕົ້າໂຮມກຳລັງຮ່ວມດ້ານການພັດທະນາແບບສີຂຽວ; ຍຶດໝັ້ນການເປີດກວ້າງການຮ່ວມມື, ສະເຫວີຍຜົນສຳເລັດການພັດທະນາແບບສີຂຽນນຳກັນ, ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຂອງອົງການຮ່ວມມືຊຽງໄຮ້ຢ່າງແໜ້ນແຟ້ນກວ່າເກົ່າ.