ຝ່າຍອູແກຣນກ່າວວ່ານະຄອນຫຼວງກຽບຖືກຫຼອນໂຈມຕີທາງອາກາດເຮັດໃຫ້ມີປະຊາຊົນເສຍຊີວິດແລະບາດເຈັບຫຼາຍຄົນ ແຕ່ຝ່າຍຣັດເຊຍໄດ້ປະຕິເສດຕໍ່ການໂຈມຕີໂຄງລ່າງພົນລະເຮືອນຂອງນະຄອນຫຼວງກຽບ

2024-07-09 16:59:07 cri

      ທາງການອູແກຣນກ່າວໃນວັນທີ 8 ກໍລະກົດນີ້ວ່າ: ການຫຼອນໂຈມຕີດ້ວຍລູກສອນໄຟນຳວິຖີຂອງກອງທັບຣັດເຊຍຕໍ່ນະຄອນຫຼວງກຽບຂອງອູແກຣນໃນມື້ດັ່ງກ່າວໄດ້ເຮັດໃຫ້ປະຊາຊົນເສຍຊີວິດແລະບາດເຈັບຫຼາຍຄົນ. ກະຊວງປ້ອງກັນປະເທດຣັດເຊຍໄດ້ອອກຖະແຫຼງການໃນວັນທີ 8 ກໍລະກົດນີ້ວ່າ: ຣັດເຊຍໄດ້ປະຕິເສດຕໍ່ການກ່າວຫາຈາກຝ່າຍອູແກຣນທີ່ວ່າກອງທັບຣັດເຊຍໄດ້ໃຊ້ລູກສອນໄຟນຳວິຖີໂຈມຕີໂຄງລ່າງພົນລະເຮືອນຂອງອູແກຣນ. ຖະແຫຼງການຍັງລະບຸວ່າ: ຮູບແລະວິດີໂອສັ້ນຈຳນວນຫຼວງຫຼາຍທີ່ຝ່າຍອູແກຣນເປີດເຜີຍນັ້ນໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ: ລູກສອນໄຟນຳວິຖີປ້ອງກັນອາກາດທີ່ຝ່າຍອູແກຣນຍິງນັ້ນໄດ້ຕົກລົງໃສ່ພື້ນດິນຈົນພາໃຫ້ໂຄງລ່າງພົນລະເຮືອນຖືກທຳລາຍ. ນີ້ບໍ່ແມ່ນເທື່ອທຳອິດທີ່ຝ່າຍອູແກຣນດຳເນີນການກ່າວຫາແບບທ້າທາຍເກາະຜິດຕໍ່ຣັດເຊຍກ່ອນກອງປະຊຸມສຸດຍອດກຸ່ມນາໂຕ ໂດຍມີຈຸດປະສົງເພື່ອຂໍການສະໜັບສະໜູນທາງດ້ານການເງິນຫຼາຍກວ່າເກົ່າເພື່ອເຮັດໃຫ້ສົງຄາມໄດ້ສືບຕໍ່ດຳເນີນໄປ.

      ຖະແຫຼງການຂຽນວ່າ: ເພື່ອເປັນການຕອບໂຕ້ຕໍ່ຝ່າຍອູແກຣນທີ່ມີເຈດຕະນາຢາກທຳລາຍໂຄງລ່າງທາງດ້ານເສດຖະກິດແລະພະລັງງານຂອງຣັດເຊຍ, ໃນຕອນເຊົ້າວັນທີ 8 ກໍລະກົດນີ້, ກອງທັບຣັດເຊຍໄດ້ໂຈມຕີໂຄງລ່າງອຸດສາຫະກຳການທະຫານແລະຖານທັບການບິນຂອງອູແກຣນດ້ວຍອາວຸດໄລຍະໄກທີ່ມີຄວາມແມ່ນຢຳສູງແລະໄດ້ຖືກເປົ້າໝາຍທາງການທະຫານທັງໝົດ.