ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດຍືດເວລາການປະຕິບັດໜ້າທີ່ໃຫ້ແກ່ໜ່ວຍງານຊ່ວຍເຫຼືອປະຕິບັດສັນຍາໂຮເດດາ

2024-07-09 15:10:22 CRI


     ວັນທີ 8 ກໍລະກົດນີ້, ສະພາຄວາມໝັ້ຄົງອົງການສະຫະປະຊາຊາດໄດ້ເປັນເອກະສັນກັນຮັບຮອງມະຕິເລກ 2742 ໂດຍໄດ້ຍືດເວລາການປະຕິບັດໜ້າທີ່ໃຫ້ແກ່ໜ່ວຍງານພິເສດເພື່ອຊ່ວຍເຫຼືອປະຕິບັດສັນຍາໂຮເດດາຂອງອົງການສະຫະປະຊາຊາດເປັນເວລາອີກ 12 ເດືອນ ຈົນຮອດວັນທີ 14 ກໍລະກົດປີ 2025.


     ມະຕິດັ່ງກ່າວໄດ້ຮຽກຮ້ອງໃຫ້ເລຂາທິການໃຫຍ່ອົງການສະຫະປະຊາຊາດລາຍງານສະພາບການປະຕິບັດສັນຍາໂຮເດດາຕໍ່ສະພາຄວາມໝັ້ນຄົງໃນແຕ່ລະເດືອນ, ແລະຄວນຍື່ນບົດລາຍງານສຳຫຼວດກວດກາວຽກງານຂອງໜ່ວຍງານຊ່ວຍເຫຼືອສະບັບໜຶ່ງໃຫ້ແກ່ສະພາຄວາມໝັ້ນຄົງກ່ອນໜ່ວຍງານດັ່ງກ່າວຈະສິ້ນສຸດເວລາປະຕິບັດໜ້າທີ່ໄລຍະໃໝ່ຢ່າງໜ້ອຍ 1 ເດືອນ. ໃນມະຕິດັ່ງກ່າວ, ສະພາຄວາມໝັ້ນຄົງຍັງລະບຸວ່າ, ຈະກວດກາສິດທີ່ມອບໃຫ້ໜ່ວຍງານຊ່ວຍເຫຼືອດັ່ງກ່າວ, ແລະຈະດຳເນີນການປັບປຸງທີ່ຈຳເປັນໂດຍອີງຕາມການຂະຫຍາຍຕົວຂອງສະພາບການທ້ອງຖິ່ນ.