ເປັນຫຍັງວຽກງານປົກປ້ອງສິດທິມະນຸດຂອງຈີນຈຶ່ງໄດ້ຮັບ “ສຽງຕົບມືຊົມເຊີຍ” ຈາກ ສປຊ?

2024-07-09 15:16:23 cri

ວັນທີ 4 ມິຖຸນານີ້, ຢູ່ນະຄອນເຊີແນວຂອງສະວິດ. ເມື່ອສະພາມົນຕີສິດທິມະນຸດອົງການສະຫະປະຊາຊາດໄດ້ຄົ້ນຄວ້າພິຈາລະນາ ແລະ ຜ່ານການຮັບຮອງຢ່າງເປັນທາງການຕໍ່ບົດລາຍງານຂອງຈີນກ່ຽວກັບຜົນການສຳຫຼວດສິດທິມະນຸດຕາມແຕ່ລະປະເທດຮອບທີ 4, ຢູ່ສະຖານທີ່ຈັດກອງປະຊຸມໄດ້ມີສຽງຕົບມືດັງຂຶ້ນຢ່າງກະຕືລືລົ້ນ, ຜູ້ຕາງໜ້າຈາກຫຼາຍປະເທດໄດ້ສະແດງຄວາມຊົມເຊີຍຕໍ່ຄະນະຜູ້ແທນຂອງຈີນ.

ຄວາມເຫັນທີ່ເປັນເອກະພາບກັນທີ່ມີຕໍ່ສິດທິມະນຸດຂອງຈີນດັ່ງກ່າວແມ່ນມາຈາກໃສ? ຄວາມຈິງໄດ້ໃຫ້ຄຳຕອບ. ໃນຫຼາຍປີມານີ້, ຈີນໄດ້ຍຶດໝັ້ນຖືສິດຢູ່ລອດ ແລະ ສິດພັດທະນາເປັນສິດທິມະນຸດພື້ນຖານອັນດັບໜຶ່ງ ແລະ ໄດ້ລິເລີ່ມຢ່າງມີຫົວຄິດປະດິດສ້າງວ່າ: “ການຢູ່ລອດເປັນພື້ນຖານໃຫ້ແກ່ການຊົມໃຊ້ສິດທິມະນຸດທັງໝົດ, ການດຳລົງຊີວິດຢ່າງມີຄວາມຜາສຸກຂອງປະຊາຊົນເປັນສິດທິມະນຸດທີ່ສຳຄັນທີ່ສຸດ”. ເລີ່ມຈາກການແກ້ໄຂບັນຫາທຸກຍາກເດັດຖານຢ່າງມີລັກສະນະປະຫວັດສາດ, ສ້າງສັງຄົມທີ່ອີ່ມໜຳສຳລານໃຫ້ສຳເລັດຢ່າງຮອບດ້ານ ຈົນຮອດການສ້າງສຳເລັດລະບົບການສຶກສາ, ການຄ້ຳປະກັນທາງສັງຄົມ ແລະ ການບໍລິການດ້ານສາທາລະນະສຸກ ພ້ອມດ້ວຍເຄືອຂ່າຍ 5G ທີ່ມີຂະໜາດໃຫຍ່ທີ່ສຸດໃນໂລກ, ວຽກງານປົກປ້ອງສິດທິມະນຸດຂອງຈີນໄດ້ຮັບຜົນສຳເລັດອັນພົ້ນເດັ່ນ.

ນອກນີ້, ການປະກອບສ່ວນຂອງຈີນທີ່ມີຕໍ່ພາລະກິດສິດທິມະນຸດສາກົນກໍໄດ້ຮັບການຍອມຮັບຢ່າງກວ້າງຂວາງ. ບໍ່ວ່າຈະແມ່ນການລິເລີ່ມການປົກປ້ອງສິດທິມະນຸດດ້ວຍຄວາມໝັ້ນຄົງ, ການສົ່ງເສີມສິດທິມະນຸດດ້ວຍການພັດທະນາ, ການຊຸກຍູ້ສິດທິມະນຸດດ້ວຍການຮ່ວມມື, ຫຼືການສະເໜີຂໍ້ລິເລີ່ມຕ່າງໆ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ຫຼືການຮຽກຮ້ອງໃຫ້ຮ່ວມກັນຕໍ່ຕ້ານການແຊກແຊງເຂົ້າໃນວຽກງານການເມືອງຂອງປະເທດອື່ນດ້ວຍຂໍ້ອ້າງບັນຫາສິດທິມະນຸດ, ຈີນໄດ້ປະກອບສ່ວນຂອງຕົນເຂົ້າໃນການບໍລິຫານສິດທິມະນຸດທົ່ວໂລກມາໂດຍຕະຫຼອດ.

ການປົກປ້ອງສິດທິມະນຸດບໍ່ມີເພດານ. ປັດຈຸບັນ, ຈີນກຳລັງຊຸກຍູ້ການສ້າງຄວາມທັນສະໄໝແບບຈີນ. ນີ້ບໍ່ພຽງແຕ່ໄດ້ນຳເອົາຜົນປະໂຫຍດຕົວຈິງມາໃຫ້ແກ່ປະຊາຊົນຈີນ ກໍຄືປະຊາຊົນໂລກເທົ່ານັ້ນ, ແຕ່ຍັງໄດ້ເພີ່ມຄວາມອຸດົມສົມບູນໃຫ້ແກ່ຮູບແບບການພັດທະນາຂອງສິດທິມະນຸດອີກດ້ວຍ. ການສຳຫຼວດສິດທິມະນຸດຕາມແຕ່ລະປະເທດເປັນພຽງແຕ່ຂັ້ນຕອນໜຶ່ງໃນເສັ້ນທາງການພັດທະນາສິດທິມະນຸດຂອງຈີນເທົ່ານັ້ນ, ຄວາມພະຍາຍາມຂອງຈີນທີ່ຮ່ວມກັບບັນດາປະເທດໃນໂລກເພື່ອຊຸກຍູ້ພາລະກິດສິດທິມະນຸດໂລກ ກໍໄດ້ສືບຕໍ່ດຳເນີນຢູ່.