ທ່ານສີຈິ້ນຜິງຕ້ອນຮັບການເຂົ້າຢ້ຽມຄຳນັບຂອງນາຍົກຮົງກາຣີ

2024-07-09 14:33:15 cri

 

ຕອນເຊົ້າວັນທີ 8 ກໍລະກົດນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານວິກໂຕ ອໍບັນ ນາຍົກລັດຖະມົນຕີຮົງກາຣີຢູ່ຫໍຮັບແຂກແຫ່ງຊາດຕ້ຽວຢູໄທທີ່ນະຄອນຫຼວງປັກກິ່ງຂອງຈີນ.

 

ທ່ານສີຈິ້ຜິງກ່າວວ່າ: ຈີນແລະຮົງກາຣີຕ້ອງຮັກສາການໄປມາຫາສູ່ກັນໃນລະດັບສູງ, ລົງເລິກຄວາມໄວ້ເນື້ອເຊື່ອໃຈກັນດ້ານການເມືອງ, ຮັດແໜ້ນການແລກປ່ຽນແລະການປະສານງານກັນດ້ານຍຸດທະສາດ, ສືບຕໍ່ສະໜັບສະໜູນກັນຢ່າງໝັ້ນໜຽວບໍ່ປ່ຽນແປງ, ເພີ່ມທະວີການຮ່ວມມືຕົວຈິງໃນແຕ່ລະຂົງເຂດ, ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງ, ເຮັດໃຫ້ເນື້ອໃນການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານທຸກເວລາຈີນ-ຮົງກາຣີໃນຍຸກໃໝ່ມີຄວາມສົມບູນກວ່າເກົ່າຢ່າງຕໍ່ເນື່ອງ, ສ້າງຄວາມສຸກໃຫ້ແກ່ປະຊາຊົນຢ່າງດີກວ່າເກົ່າ.

 


ທ່ານວິກໂຕ ອໍບັນກ່າວວ່າ: ຮົງກາຣີຍິນດີຮັດແໜ້ນການແລກປ່ຽນແລະການປະສານງານດ້ານຍຸດທະສາດກັບຈີນ, ຍິນດີຖືການເປັນປະເທດປະທານໝູນວຽນຂອງສະຫະພາບເອີຣົບເປັນໂອກາດ, ຕັ້ງໜ້າຊຸກຍູ້ໃຫ້ການພົວພັນລະຫວ່າງເອີຣົບ-ຈີນໄດ້ຮັບການພັດທະນາຢ່າງປອດໃສ.