ຄະນະກຳມະການການທະຫານສູນກາງຈີນຈັດພິທີເລື່ອນຊັ້ນໃຫ້ແກ່ນາຍທະຫານຊັ້ນພົນເອກ ທ່ານສີຈິ້ນຜິງມອບໃບແຕ່ງຕັ້ງແລະສະແດງຄວາມຊົມເຊີຍຕໍ່ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນ

2024-07-10 14:21:40 cri

 

ວັນທີ 9 ກໍລະກົດນີ້, ພິທີການເລື່ອນຊັ້ນໃຫ້ແກ່ນາຍທະຫານຊັ້ນພົນເອກຂອງຄະນະກຳມະການການທະຫານສູນກາງຈີນໄດ້ຈັດຂຶ້ນຢູ່ສຳນັກງານກະຊວງປ້້ອງກັນປະເທດຈີນທີ່ປັກກິ່ງ. ທ່ານສີຈິ້ນຜິງ ປະທານຄະນະກຳມະການການທະຫານສູນກາງຈີນໄດ້ເຂົ້າຮ່ວມພິທີການເລື່ອນຊັ້ນໃນຄັ້ງນີ້.

 

ທ່ານຈ່າງໂຢ້ເຊຍ ຮອງປະທານຄະນະກຳມະການການທະຫານສູນກາງຈີນໄດ້ປະກາດຄຳສັ່ງການເລື່ອນຊັ້ນໃຫ້ແກ່ນາຍທະຫານຊັ້ນພົນເອກທີ່ໄດ້ຮັບການລົງນາມໂດຍທ່ານສີຈິ້ນຜິງ ປະທານຄະນະກຳມະການການທະຫານສູນກາງຈີນ. ທ່ານເຫີເວີ້ຍຕຸ່ງ ຮອງປະທານຄະນະກຳມະການການທະຫານສູນກາງຈີນເປັນປະທານໃນພິທີການເລື່ອນຊັ້ນ.

 

ທ່ານສີຈິ້ນຜິງໄດ້ມອບໃບແຕ່ງຕັ້ງໃຫ້ແກ່ທ່ານເຫີໂຫງຈູ່ນ ຮອງຫົວໜ້າປະຈຳການຂອງພະແນກວຽກງານການເມືອງຂອງຄະນະກຳມະການການທະຫານສູນກາງຈີນທີ່ໄດ້ຮັບການເລື່ອນຊັ້ນເປັນນາຍທະຫານຊັ້ນພົນເອກ, ແລະໄດ້ສະແດງຄວາມຊົມເຊີຍ.