ຕອນບ່າຍວັນທີ 9 ກໍລະກົດນີ້, ທ່ານຫຼີສຽງ ກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນ ນາຍົກລັດຖະມົນຕີຈີນໄດ້ເປັນປະທານກອງປະຊຸມຜູ້ຊ່ຽວຊານແລະນັກທຸລະກິດກ່ຽວກັບສະພາບການເສດຖະກິດ ໂດຍໄດ້ຮັບຟັງຄວາມເຫັນ ແລະຂໍ້ສະເໜີກ່ຽວກັບສະພາບການເສດຖະກິດໃນປັດຈຸບັນ ແລະວຽກງານດ້ານເສດຖະກິດໃນຕໍ່ໜ້າ.
ທ່ານຫຼີສຽງຊີ້ໃຫ້ເຫັນວ່າ: ຕ້ອງວິເຄາະສະຖານະການຢ່າງຕິດແທດຕົວຈິງ, ທຳການຕົກລົງຕາມຫຼັກວິທະຍາສາດໃຫ້ດີ. ຕ້ອງປະຕິບັດນະໂຍບາຍມະຫາພາກໃຫ້ດີຂຶ້ນຕື່ມອີກໂດຍປິ່ນອ້ອມການບັນລຸຄາດໝາຍການພັດທະນາເສດຖະກິດໃນໝົດປີ, ຊຸກຍູ້ໃຫ້ເສດຖະກິດມີການພັດທະນາແບບຍືນຍົງ ແລະປອດໃສ.