ທ່ານ ຫຼີຕີ້ ຫົວໜ້ານັກວິທະຍາສາດທີ່ຮັບຜິດຊອບໂຄງການ FAST ຂອງຈີນໄດ້ຮັບລາງວັນມາເຊວ ໂກຣສມານ

2024-07-10 16:52:31 cri

      ວັນທີ 9 ກໍລະກົດນີ້ຕາມເວລາທ້ອງຖິ່ນ, ທ່ານ ຫຼີຕີ້ ຫົວໜ້ານັກວິທະຍາສາດທີ່ຮັບຜິດຊອບໂຄງການ FAST(Five-hundred-meter Aperture Spherical radio Telescope)ໄດ້ຮັບລາງວັນມາເຊວ ໂກຣສມານທີ່ເປັນລາງວັນສ່ວນບຸກຄົນ. ທ່ານ ຫຼີຕີ້ ແມ່ນນັກວິທະຍາສາດຜູ້ທຳອິດທີ່ໄດ້ຮັບລາງວັນດັ່ງກ່າວໂດຍອີງໃສ່ຜົນງານວິຊາການທີ່ໄດ້ຮັບພາຍໃນປະເທດຈີນ.

      ກອງປະຊຸມມາເຊວ ໂກຣສມານຄັ້ງທີ 17 ໄດ້ຈັດຂຶ້ນຢູ່ນະຄອນເປສຄາຣາທາງພາກຕາເວັນອອກອິຕາລີລະຫວ່າງວັນທີ 7 ຫາ 12 ກໍລະກົດນີ້. ວັນທີ 9 ກໍລະກົດນີ້, ກອງປະຊຸມດັ່ງກ່າວໄດ້ມອບລາງວັນມາເຊວ ໂກຣສມານໃຫ້ແກ່ທ່ານ ຫຼີຕີ້ ເຊິ່ງເປັນການຍ້ອງຍໍສັນລະເສີນຕໍ່ການປະກອບສ່ວນແບບປະດິດສ້າງຂອງທ່ານໃນການນຳພາໂຄງການກ້ອງສ່ອງທາງໄກດ້ວຍຄຶ້ນໄຟຟ້າທີ່ສະດຸ້ງໄວທີ່ສຸດ, ໄດ້ບັນລຸການວັດແທກສະໜາມແມ່ເຫຼັກລະຫວ່າງດວງດາວຢ່າງແມ່ນຢຳ.