ທ່ານ ຮານເຈີ້ງ ຕ້ອນຮັບທ່ານ ມາຣິດ ສະຫງ່ຽມພົງ ລັດຖະມົນຕີກະຊວງການຕ່າງປະເທດໄທ

2024-07-10 16:49:14 cri

      ວັນທີ 9 ກໍລະກົດນີ້, ຢູ່ທີ່ນະຄອນຫຼວງປັກກິ່ງ, ທ່ານ ຮານເຈີ້ງ ຮອງປະທານປະເທດຈີນໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ ມາຣິດ ສະຫງ່ຽມພົງ ລັດຖະມົນຕີກະຊວງການຕ່າງປະເທດໄທ.

      ທ່ານ ຮານເຈີ້ງ ກ່າວວ່າ: ປີໜ້າແມ່ນປີທີ່ສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຈີນ-ໄທຄົບຮອບ 50 ປີ, ຈີນຍິນດີຮ່ວມກັບໄທຖືຄວາມຮັບຮູ້ທີ່ເປັນເອກະພາບກັນອັນສຳຄັນລະຫວ່າງປະມຸກລັດສອງປະເທດເປັນການຊີ້ນຳ,ເພີ່ມທະວີການໄປມາຫາສູ່ກັນດ້ານການນຳຂັ້ນສູງ,ລົງເລິກການຮ່ວມມືທີ່ຕິດແທດຕົວຈິງ,ເພີ່ມທະວີການແລກປ່ຽນດ້ານວັດທະນະທຳ,ຮັດແໜ້ນການຮ່ວມມືຢູ່ໃນພາກພື້ນ,ຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງໃຫ້ກ້າວສູ່ລວງເລິກແລະຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຈີນ-ໄທໃຫ້ກ້າວສູ່ລວງເລິກແລະໄດ້ຮັບຜົນຕົວຈິງ.

      ທ່ານ ມາຣິດ ສະຫງ່ຽມພົງ ກ່າວວ່າ: ໄທຍິນດີຖືການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດຄົບຮອບ 50 ປີໃນປີໜ້າເປັນກາລະໂອກາດ,ລົງເລິກການຮ່ວມມືກັບຈີນໃນຂົງເຂດຕ່າງໆ,ຍົກລະດັບການພົວພັນລະຫວ່າງສອງປະເທດໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ.