ພິມຈຳໜ່າຍປື້ມ“ລົງເລິກຮຽນຄວາມເວົ້າອັນສຳຄັນຂອງທ່ານສີຈິ້ນຜິງກ່ຽວກັບການສ້າງປະເທດເຂັ້ມແຂງດ້ານຄົມມະນາຄົມ”

2024-07-10 11:52:24 CRI


     ປື້ມລົງເລິກຮຽນຄວາມເວົ້າອັນສຳຄັນຂອງທ່ານສີຈິ້ນຜິງກ່ຽວກັບການສ້າງປະເທດເຂັ້ມແຂງດ້ານຄົມມະນາຄົມທີ່ຮຽບຮຽງໂດຍກະຊວງຄົມມະນາຄົມ ແລະຂົນສົ່ງຈີນ, ໄດ້ຮັບການພິມຈຳໜ່າຍໃນທົ່ວປະເທດຈີນເມື່ອຫວ່າງບໍ່ດົນມານີ້.


     ປື້ມເຫຼັ້ມນີ້ໄດ້ຖືແນວຄິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ຂອງທ່ານສີຈິ້ນຜິງເປັນທິດຊີ້ນຳ ເຊິ່ງໄດ້ບັນລະຍາຍຄວາມໝາຍທີ່ຍິ່ງໃຫຍ່ ເນື້ອໃນທີ່ອຸດົມສົມບູນ ຈິດໃຈແກນກາງ ແລະຄວາມຮຽກຮ້ອງດ້ານພຶດຕິກຳຂອງຄວາມເວົ້າອັນສຳຄັນຂອງທ່າສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນກ່ຽວກັບການສ້າງປະເທດເຂັ້ມແຂງດ້ານຄົມມະນາຄົມໂດຍແບ່ງເປັນຫຼາຍຫົວຂໍ້, ໄດ້ຊີ້ນຳທິດທາງກ້າວໄປຂ້າງໜ້າຢ່າງຈະແຈ້ງ ແລະສະໜອງກົດລະບຽບພື້ນຖານໃຫ້ແກ່ການເລັ່ງລັດການສ້າງປະເທດເຂັ້ມແຂງດ້ານຄົມມະນາຄົມໃນຍຸກໃໝ່.