ຈີນຮຽກຮ້ອງໃຫ້ຝ່າຍກ່ຽວຂອງການປະທະກັນລະຫວ່າງຣັດເຊຍ-ອູແກຣນຮັກສາຄວາມໃຈເຢັນແລະອົດກັ້ນໄວ້

2024-07-10 11:36:38 CRI


     ວັນທີ 9 ກໍລະກົດນີ້, ໃນເວລາສະພາຄວາມໝັ້ນຄົງອົງການສະຫະປະຊາຊາດພິຈາລະນາກ່ຽວກັບບັນຫາອູແກຣນ, ທ່ານເກິງສວງ ຮອງຜູ້ຕາງໜ້າຖາວອນຈີນປະຈຳອົງການສະຫະປະຊາຊາດໄດ້ກ່າວຄຳປາໄສ ໂດຍຮຽກຮ້ອງອີກເທື່ອໜຶ່ງໃຫ້ຝ່າຍກ່ຽວຂອງກາປະທະກັນລະຫວ່າງຣັດເຊຍ-ອູແກຣນຮັກສາຄວາມໃຈເຢັນ ແລະອົດກັ້ນໄວ້, ເຄົາລົບກົດໝາຍວ່າດ້ວຍມະນຸດສະທຳສາກົນຢ່າງແທ້ຈິງ, ຫຼີກເວັ້ນການໂຈມຕີສາມັນຊົນ ແລະພື້ນຖານໂຄງລ່າງພົນລະເຮືອນ. ຈີນຮຽກຮ້ອງໃຫ້ຝ່າຍທີ່ກ່ຽວຂ້ອງເລີ່ມດຳເນີນການເຈລະຈາໂດຍໄວເທົ່າທີ່ຈະໄວໄດ້, ແລະຮຽກຮ້ອງໃຫ້ປະຊາຄົມໂລກສ້າງເງື່ອນໄຂທີ່ມີຜົນດີຕໍ່ການສິ້ນສຸດສົງຄາມໂດຍໄວ. ຝ່າຍຕ່າງໆທີ່ກ່ຽວຂ້ອງຄວນພະຍາຍາມຮ່ວມກັນ, ທຳຄວາມພະຍາຍາມຢ່າງບໍ່ລົດລະເພື່ອຊຸກຍູ້ການແກ້ໄຂບັນຫາອູແກຣນດ້ວຍວິທີທາງການເມືອງ.