ກະຊວງການຕ່າງປະເທດຈີນ: ເດັດດ່ຽວຄັດຄ້ານປະເທດທີ່ກ່ຽວຂ້ອງນຳໃຊ້ບັນຫາຄວາມປອດໄພດ້ານອິນເຕີເນັດໃສ່ຮ້າຍປ້າຍສີຈີນ

2024-07-10 14:54:23 cri

ຕາມການລາຍງານວ່າ: ມີບົດລາຍງານຮ່ວມສະບັບໜຶ່ງທີ່ຖືກຊັກຈູງໂດຍສູນຄວາມປອດໄພດ້ານອິນເຕີເນັດອົດສະຕຣາລີຂຽນວ່າ: ແຮັກເກີທີ່ມີຊື່ວ່າ “APT40” ໄດ້ໂຈມຕີຕໍ່ລັດຖະບານຢູ່ເຂດມະຫາສະໝຸດອິນເດຍແລະມະຫາສະໝຸດປາຊີຟິກຫຼາຍເທື່ອ, ອາເມຣິກາ, ອັງກິດ, ການາດາ, ນູແວນເຊລັງແລະປະເທດອື່ນໆລ້ວນແຕ່ເຫັນດີນຳເນື້ອໃນຂອງບົດລາຍງານສະບັບນີ້. ທ່ານລີນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນເວລາຕອບຄຳຖາມໃນກອງປະຊຸມຖະແຫຼງຂ່າວປະຈຳທີ່ໄດ້ຈັດຂຶ້ນໃນວັນທີ 9 ກໍລະກົດນີ້ວ່າ, ຝ່າຍທີ່ກ່ຽວຂ້ອງໄດ້ນຳເອົາການໂຈມຕີທາງອິນເຕີເນັດຈາກຈີນມາສ້າງກະແສຂ່າວອີກເທື່ອໃໝ່, ນຳໃຊ້ບັນຫາຄວາມປອດໄພດ້ານອິນເຕີເນັດມາໃສ່ຮ້າຍປ້າຍສີຈີນ, ຈີນເດັດດ່ຽວຄັດຄ້ານຕໍ່ເລື່ອງນີ້.ຈີນເຕືອນໃຫ້ຝ່າຍທີ່ກ່ຽວຂ້ອງຈົ່ງກວດເບິ່ງໃຫ້ມີຄວາມຈະແຈ້ງ, ຈຳແນກຄວາມຖືກແລະຄວາມຜິດ, ບໍ່ເຮັດເລື່ອງທີ່ເປັນອັນຕະລາຍແທນປະເທດອື່ນ, ສຸດທ້າຍຈະທຳລາຍຕົນເອງແລະສ້າງຜົນປະໂຫຍດໃຫ້ແກ່ປະເທດອື່ນ.