ໄຂກອງປະຊຸມເວທີເປິກສາຫາລືອະລິຍະທຳໂລກນີຊານຄັ້ງທີ 10 ຢູ່ນະຄອນຊູ່ຟູ້ແຂວງຊ່ານຕຸ່ງຈີນ

2024-07-10 16:46:53 cri

     ຕອນເຊົ້າວັນທີ 10 ກໍລະກົດນີ້, ກອງປະຊຸມເວທີເປິກສາຫາລືອະລິຍະທຳໂລກນີຊານຄັ້ງທີ 10 ໄດ້ໄຂຂຶ້ນຢູ່ຫໍປັດຊະຍາຂົງຈື້ນີຊ່ານທີ່ຕັ້ງຢູ່ພູນີຊ່ານບ້ານເກີດຂອງຂົງຈື້ທີ່ນະຄອນຊູ່ຟູ້ແຂວງຊ່ານຕຸ່ງຈີນ, ແຂກຜູ້ມີກຽດທັງພາຍໃນແລະຕ່າງປະເທດຈາກ 63 ປະເທດເກືອບ 400 ທ່ານໄດ້ເຕົ້າໂຮມກັນຢູ່ແຫ່ງນີ້,ຮ່ວມກັນແລກປ່ຽນອະລິຍະທຳແລະປະກອບຄຳຄິດເຫັນເຊິ່ງກັນແລະກັນ.

      ຫົວຂໍ້ຕົ້ນຕໍຂອງເວທີເປິກສາຫາລືຄັ້ງນີ້ແມ່ນ “ວັດທະນະທຳອັນເປັນມູນເຊື້ອແລະອະລິຍະທຳໃນຍຸກປັດຈຸບັນ”, ທັງໝົດໄດ້ຈັດຕັ້ງເປັນ 6 ຫົວຂໍ້ຫາລືເຊັ່ນ:“ການແລກປ່ຽນແລະຖອດຖອນບົດຮຽນດ້ານອະລິຍະທຳພາຍໃຕ້ສິ່ງທ້າທາຍທົ່ວໂລກ”ແລະຫົວຂໍ້ອື່ນໆ ໂດຍມີຈຸດປະສົງເພື່ອ “ຈັດຕັ້ງປະຕິບັດຂໍ້ລິເລີ່ມອະລິຍະທຳຂອງໂລກ,ສົ່ງເສີມຄຸ່ນຄ່າຮ່ວມກັນຂອງທົ່ວມວນມະນຸດແລະສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ”. ຂ່າວແຈ້ງວ່າ, ຈຳນວນແລະລະດັບແຂກຜູ້ມີກຽດທີ່ໄດ້ຮັບການເຊື້ອເຊີນໃນຄັ້ງນີ້ລ້ວນແຕ່ໄດ້ສູງກວ່າທຸກຄັ້ງທີ່ຜ່ານມາ,ໃນນັ້ນນັກວິຊາການສາກົນກວມຫຼາຍກວ່າ 50%.