ຖືຈີນເປັນຂໍ້ອ້າງຈະບໍ່ສາມາດບັນລຸຄວາມຝັນອາຊີ-ປາຊີຟິກຂອງນາໂຕ

2024-07-10 15:38:00 cri

ກອງປະຊຸມສຸດຍອດນາໂຕຈັດຂຶ້ນຢູ່ນະຄອນຫຼວງວໍຊິງຕັນຂອງອາເມຣິກາໃນວັນທີ 9 ກໍລະກົດນີ້. ໃນກອງປະຊຸມຖະແຫຼງຂ່າວທີ່ໄດ້ຈັດຂຶ້ນກ່ອນກອງປະຊຸມສຸດຍອດນາໂຕ, ທ່ານເຈນ ສະໂຕນເຕນເບີກ ເລຂາທິການໃຫຍ່ນາໂຕກ່າວວ່າ: “ພວກເຮົາຕ້ອງການຮ່ວມມືຢ່າງແໜ້ນແຟ້ນກັບຄູ່ຮ່ວມພາກພື້ນອາຊີ-ປາຊີຟິກ” ເພື່ອຮັບມືກັບຈີນ ແລະ ປະເທດອື່ນ. ສື່ມວນຊົນຕ່າງໆເຫັນວ່າ: ນາໂຕຈະຖືຈີນເປັນຂໍ້ອ້າງ ເພື່ອແຊກແຊງວຽກງານອາຊີ-ປາຊີຟິກ ແລະ ປົກປ້ອງສິດເປັນເຈົ້າອຳນາດຂອງອາເມຣິກາ.


ວົງການພາຍນອກໄດ້ສົນໃຈວ່າ: ອາເມຣິກາໄດ້ຕັ້ງໃຈສ້າງ “ນາໂຕແບບອາຊີ-ປາຊີຟິກ” ມາໂດຍຕະຫຼອດ. ແຕ່ທີ່ຈິງແລ້ວ, ນາໂຕ ທີ່ສ້າງ “ເວນກຳມາຈາກສົງຄາມເຢັນນັ້ນ” ໄດ້ປະສົບຄວາມຫຍຸ້ງຍາກຈາກພາຍໃນແລະພາຍນອກ, ມັນເປັນເລື່ອງຍາກທີ່ຈະສາມາດສ້າງຕັ້ງ “ວົງປິດລ້ອມ” ຕໍ່ຈີນຢູ່ອາຊີ ແລະ ຍິ່ງຈະບໍ່ສາມາດສ້າງຕັ້ງອັນທີ່ເອີ້ນວ່າຂອບຄວາມໝັ້ນຄົງໃໝ່ຢູ່ພາກພື້ນອາຊີ-ປາຊີຟິກ.


ກ່ອນອື່ນ, ປະເທດສ່ວນຫຼວງຫຼາຍທີ່ຢູ່ພາກພື້ນອາຊີ-ປາຊີຟິກບໍ່ຮັບ ແລະ ບໍ່ຍິນດີຕ້ອນຮັບນາໂຕ. ອາເມຣິກາຖືນາໂຕເປັນເຄື່ອງມືຍຸດທະສາດໃນການປົກປ້ອງສິດເປັນເຈົ້າອຳນາດຂອງຕົນ, ແຕ່ປະເທດສ່ວນຫຼວງຫຼາຍໃນພາກພື້ນອາຊີ-ປາຊີຟິກແມ່ນເບື່ອໜ່າຍ ແລະ ຄັດຄ້ານລັດທິເຈົ້າອຳນາດ.

ສອງ, ຢູ່ພາຍໃນນາໂຕເອງ, ສະມາຊິກທີ່ຕໍ່ຕ້ານ “ນາໂຕຂະຫຍາຍສູ່ພາກພື້ນອາຊີ-ປາຊີຟິກ” ກໍມີຢູ່ບໍ່ໜ້ອຍ ເຊິ່ງສະແດງໃຫ້ເຫັນວ່າ: ອາເມຣິກາໄດ້ບີບບັງຄັບພັນທະມິດຍ້ອນຄວາມເຫັນແກ່ຕົວດ້ານຍຸດທະສາດ, ຍ່ອມຈະເຮັດໃຫ້ພາຍໃນນາໂຕເກີດມີສຽງຄັດຄ້ານ ຈົນເຖິງຂັ້ນມີການແຕກແຍກຫຼາຍຍິ່ງຂຶ້ນ.


ໃນຂະນະດຽວກັນ, ເຖິງວ່ານາໂຕໄດ້ປຸກປັ່ນກະແສ “ໄພຂົ່ມຂູ່ຈາກຈີນ”, ແຕ່ສະມາຊິກສ່ວນຫຼາຍຂອງນາໂຕລ້ວນແຕ່ໄດ້ຮັກສາການພົວພັນທີ່ໝັ້ນຄົງກັບຈີນ, ປະເທດສ່ວນຫຼວງຫຼາຍໃນພາກພື້ນອາຊີ-ປາຊີຟິກກໍເຫັນວ່າ: ຈີນເປັນກຳລັງທີ່ຮັກສາສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ ກໍຄືຂອງໂລກ.


ອັນທີ່ເອີ້ນວ່າຍຸດທະສາດການຂະຫຍາຍສູ່ພາກພື້ນອາຊີ-ປາຊີຟິກຂອງນາໂຕ, ເປັນພຽງແຜນທີ່ຍຸແຍ່ໃຫ້ເກີດຄວາມແຕກແຍກ, ການປະທະກັນ ຈົນກ້າວໄປເຖິງສົງຄາມ, ເປັນພຽງແຕ່ຮັບໃຊ້ສິດເປັນເຈົ້າອຳນາດຂອງອາເມຣິກາເທົ່ານັ້ນ. ມັນຝືນກັບກະແສຂອງປະຫວັດສາດ, ຈະຕ້ອງປະລາໄຊຢ່າງແນ່ນອນໃນທີ່ສຸດ.