ເນື່ອງໃນໂອກາດກອງທັບປົດປ່ອຍປະຊາຊົນຈີນໄດ້ສ້າງຕັ້ງຂຶ້ນຄົບຮອບ 97 ປີ, ວັນທີ 9 ກໍລະກົດນີ້, ຄະນະກຳມະການການທະຫານສູນກາງຈີນໄດ້ຈັດພິທີມອບຮັບນາມມະຍົດຢູ່ນະຄອນຫຼວງປັກກິ່ງຢ່າງຄຶກຄື້ນ. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງຈີນໄດ້ມອບທຸງລາງວັນໃຫ້ແກ່ຫົວໜ່ວຍທີ່ໄດ້ຮັບນາມມະຍົດ.
ຫວ່າງບໍ່ດົນມານີ້, ທ່ານສີຈິ້ນຜິງ ປະທານຄະນະກຳມະການການທະຫານສູນກາງຈີນໄດ້ລົງນາມໃນລັດຖະດຳລັດ, ຕົກລົງມອບນາມມະຍົດ“ກອງຮ້ອຍປືນໃຫຍ່ລູກສອນໄຟແບບຢ່າງ”ໃຫ້ແກ່ກອງຮ້ອຍທີສອງຂອງກອງພັນນ້ອຍທີໜຶ່ງໃນກອງພົນນ້ອຍຂອງກອງທັບບົກ.