
ວັນທີ 10 ກໍລະກົດນີ້, ທ່ານເຊັກ ຮາຊັນ ນັສໂຣລາ ຜູ້ນຳພັກເຮສໂບລາລີບັງກ່າວວ່າ: ຖ້າບັນລຸສັນຍາຢຸດຍິງຢູ່ເຂດກາຊາ, ອົງການຕົນຈະຢຸດຍິງກັບອິດສະຣະແອນໂດຍບໍ່ຕ້ອງເຈລະຈາກັນ.
ຕາມໂທລະພາບອານ ມາຢາດີນທີ່ຂຶ້ນກັບພັກເຮສໂບລາລີບັງລາຍງານໃຫ້ຮູ້ວ່າ: ທ່ານນັສໂຣລາໄດ້ກ່າວຄຳປາໄສຜ່ານທາງວິດີໂອໃນກິດຈະກຳເທື່ອໜຶ່ງທີ່ຈັດຂຶ້ນໃນວັນທີ 10 ກໍລະກົດນີ້ວ່າ: ຂະບວນການຕໍ່ຕ້ານອິດສະລາມປາແລັດສະຕິນຫຼືກຸ່ມຮາມັສແມ່ນເຈລະຈາກັບອິດສະຣະແອນໃນນາມຝ່າຍຕໍ່ຕ້ານຕ່າງໆ, ພັກເຮສໂບລາສະໜັບສະໜູນການຕົກລົງທຸກຂໍ້ຂອງກຸ່ມຮາມັສກ່ຽວກັບການເຈລະຈາກັບອິດສະຣະແອນ.