ຈີນຮຽກຮ້ອງໃຫ້ຟີລິບປີນຖອນເອົາກຳປັ່ນຮົບອອກທີ່ “ຈອດ” ຢູ່ຫາດຕື້ນເຢີນໄອ້ຢ່າງຜິດກົດໝາຍ ເພື່ອຫຼີກເວັ້ນບໍ່ໃຫ້ທຳລາຍລະບົບນິເວດຂອງຫາດຕື້ນເຢີນໄອ້ຢ່າງຕໍ່ເນື່ອງ

2024-07-11 15:24:23 cri

 

ຕາມການລາຍງານວ່າ: ວັນທີ 9 ກໍລະກົດນີ້, “ໜ່ວຍງານພິເສດທະເລຈີນໃຕ້” ຂອງຟີລິບປີນໄດ້ອອກຖະແຫຼງການ, ຊີ້ອອກວ່າຈີນໄດ້ກໍ່ການທຳລາຍຕໍ່ປະກາລັງຢູ່ທະເລຈີນໃຕ້ຢ່າງບໍ່ສາມາດຟື້ນຟູຄືນໄດ້.

 

ທ່ານລີນຈ້ຽນ, ໂຄສົກກະຊວງການຕ່າງປະເທດຈີນໄດ້ຊີ້ອອກຢູ່ໃນກອງປະຊຸມຖະແຫຼງຂ່າວປະຈຳທີ່ໄດ້ຈັດຂຶ້ນໃນວັນທີ 10ກໍລະກົດນີ້ວ່າ: ບົດລາຍງານທີ່ເຜີຍແຜ່ໂດຍຈີນໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ: ສາເຫດຕົ້ນຕໍພາໃຫ້ລະບົບທີ່ນິເວດນຂອງປະກາລັງຫາດຕື້ນເຢີນໄອ້ຖືກທຳລາຍນັ້ນແມ່ນຍ້ອນກຳປັ່ນຮົບຂອງຟີລິບປີນໄດ້ “ຈອດ” ຢູ່ຫາດຕື້ນເຢີນໄອ້ຢ່າງຜິດກົດໝາຍແລະການເຄື່ອນໄຫວທີ່ກ່ຽວຂ້ອງ. ນີ້ແມ່ນຂໍ້ສະຫຼຸບທີ່ໄດ້ຮັບບົນພື້ນຖານຄວາມຈິງນອກຕົວແລະການສຳຫຼວດວິທະຍາສາດ. ຈີນຮຽກຮ້ອງໃຫ້ຟີລິບປີນຖອນເອົາກຳປັ່ນຮົບອອກທີ່ “ຈອດ” ຢູ່ຫາດຕື້ນເຢີນໄອ້ຢ່າງຜິດກົດໝາຍ, ເພື່ອຫຼີກເວັ້ນບໍ່ໃຫ້ທຳລາຍລະບົບນິເວດສິ່ງແວດຂອງຫາດຕື້ນເຢີນໄອ້ຢ່າງຕໍ່ເນື່ອງ.