ທ່ານສີຈິ້ນຜິງຕ້ອນຮັບການເຂົ້າຢ້ຽມຄຳນັບຂອງນາຍົກບັງກະລາເດັດ

2024-07-11 15:22:17 cri

 

ຕອນບ່າຍວັນທີ 10 ກໍລະກົດນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານນາງເຊັກ ຮາຊີນາ ນາຍົກລັດຖະມົນຕີບັງກະລາເດັດທີ່ເດີນທາງມາຢ້ຽມຢາມຈີນຢ່າງເປັນທາງການຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງ. ຜູ້ນຳສອງປະເທດໄດ້ປະກາດວ່າ: ຈະຍົກລະດັບການພົວພັນລະຫວ່າງຈີນ-ບັງກະລາເດັດຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

 

ທ່ານສີຈິ້ນຜິງໄດ້ຊີ້ອອກວ່າ: ຈີນຍິນດີຖືເອົາປີ 2024 ເຊິ່ງເປັນປີທີ່ສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຈີນ-ບັງກະລາເດັດຄົບຮອບ 50 ປີເປັນກາລະໂອກາດ, ລົງເລິກການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງ, ຈັດຕັ້ງປະຕິບັດກິດຈະກຳ “ປີແລກປ່ຽນດ້ານວັດທະນະທຳລະຫວ່າງຈີນ-ບັງກະລາເດັດ” ໃນປີ 2025 ໜ້ານີ້ໃຫ້ດີ, ເປີດກວ້າງການຮ່ວມມືໃນຂົງເຂດຕ່າງໆ, ຊຸກຍູ້ໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຈີນ-ບັງກະລາເດັດກ້າວເດີນໄປຂ້າງໜ້າຢ່າງໜັກແໜ້ນແລະຍາວໄກ.

 

ທ່ານນາງເຊັກ ຮາຊີນາກ່າວວ່າ: ບັງກະລາເດັດຫວັງໃຫ້ເປີດກວ້າງການຮ່ວມມືດ້ານເສດຖະກິດການຄ້າ, ພື້ນຖານໂຄງລ່າງແລະຂົງເຂດອື່ນໆລະຫວ່າງສອງປະເທດ, ເພີ່ມທະວີການແລກປ່ຽນດ້ານວັດທະນະທຳ, ສືບຕໍ່ຕັ້ງໜ້າເຂົ້າຮ່ວມການຮ່ວມມືດ້ານການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”.