CPI ຂອງຈີນໃນເດືອນມິຖຸນາຜ່ານມາໄດ້ເພີ່ມຂຶ້ນ 0,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ

2024-07-11 11:29:49 CRI

     ວັນທີ 10 ກໍລະກົດນີ້, ກົມສະຖິຕິແຫ່ງຊາດຈີນໄດ້ເປີດເຜີຍຂໍ້ມູນສະແດງໃຫ້ເຫັນວ່າ: ໃນເດືອນມິຖຸນາຜ່ານມານີ້, ດັດສະນີລາຄາຜູ້ບໍລິໂພກ(CPI)ທົ່ວປະເທດຈີນໄດ້ເພີ່ມຂຶ້ນ 0,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໄດ້ຫຼຸດລົງ 0,2% ເມື່ອທຽບໃສ່ເດືອນພຶດສະພາປີນີ້. ນັບແຕ່ເດືອນມັງກອນຫາເດືອນມິຖຸນາປີນີ້, ສະເລ່ຍແລ້ວ, CPI ໄດ້ເພີ່ມຂຶ້ນ 0,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.




     ທ່ານນາງຕົງລີ້ຈ່ວນ ຫົວໜ້ານັກສະຖິຕິພະແນກຕົວເມືອງກົມສະຖິຕິແຫ່ງຊາດຈີນກ່າວວ່າ: ໃນເດືອນມິຖຸນາຜ່ານມານີ້, ຕະຫຼາດບໍລິໂພກມີການຕອບສະໜອງຢ່າງພຽງພໍໂດຍລວມ, CPI ທົ່ວປະເທດຈີນໄດ້ຫຼຸດລົງຕາມລະດູການເມື່ອທຽບໃສ່ເດືອນພຶດສະພາ, ແຕ່ໄດ້ສືຕໍ່ເພີ່ມຂຶ້ນເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. CPI ແກນກາງທີ່ໄດ້ຕັດລາຄາອາຫານແລະພະລັງງານແລ້ວໄດ້ເພີ່ມຂຶ້ນ 0,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ຈັງຫວະການເຕີບໂຕຄືກັນກັບເດືອນພຶດສະພາ, ສືບຕໍ່ຮັກສາການເພີ່ມຂຶ້ນແບບຄ່ອຍເປັນຄ່ອຍໄປ.