ຈີນເຜີຍແຜ່ “ປຶ້ມປົກຂາວກ່ຽວກັບການອະນຸລັກລະບົບນິເວດທາງທະເລຂອງຈີນ”

2024-07-11 16:50:13 cri

      ໃນກອງປະຊຸມຖະແຫຼງຂ່າວຂອງຫ້ອງການຖະແຫຼງຂ່າວຄະນະລັດຖະບານຈີນທີ່ຈັດຂຶ້ນໃນຕອນເຊົ້າວັນທີ 11 ກໍລະກົດນີ້, ໄດ້ເຜີຍແຜ່“ປຶ້ມປົກຂາວກ່ຽວກັບການອະນຸລັກລະບົບນິເວດທາງທະເລຂອງຈີນ” ເຊິ່ງປຶ້ມປົກຂາວເຫຼັ້ມນີ້ໄດ້ບັນລະຍາຍເຖິງທັດສະນະຄະຕິ,ພຶດຕິກຳແລະຜົນສຳເລັດທີ່ຈີນໄດ້ຮັບໃນການອະນຸລັກລະບົບນິເວດທາງທະເລ. ປຶ້ມປົກຂາວຊີ້ໃຫ້ເຫັນວ່າ: ຈີນແມ່ນຜູ້ຊຸກຍູ້ທີ່ເດັດດ່ຽວໜຽວແໜ້ນແລະກໍ່ເປັນຜູ້ເຂົ້າຮ່ວມທີ່ຕັ້ງໜ້າໃນການອະນຸລັກລະບົບນິເວດທາງທະເລ,ຍິນດີຮ່ວມກັບບັນດາປະເທດຢູ່ໃນໂລກ,ຮ່ວມກັນສ້າງໂລກທີ່ມີຄວາມສວຍງາມແລະຄວາມສະອາດຫຼາຍຂຶ້ນກວ່າເກົ່າ.