ນັບແຕ່ເດືອນມັງກອນຫາເດືອນມິຖຸນາປີນີ້ ປະລິມານການຜະລິດແລະຈຳໜ່າຍລົດພະລັງງານໃໝ່ຂອງຈີນໄດ້ຮັກສາການເຕີບໂຕຢ່າງໝັ້ນທ່ຽງເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ

2024-07-11 16:49:10 cri

      ວັນທີ 10 ກໍລະກົດນີ້, ນັກຂ່າວໄດ້ຮັບຂໍ້ມູນຈາກສະມາຄົມອຸດສາຫະກຳລົດຍົນຈີນວ່າ: ນັບແຕ່ເດືອນມັງກອນຫາເດືອນມິຖຸນາປີນີ້, ປະລິມານການຜະລິດແລະຈຳໜ່າຍລົດພະລັງງານໃໝ່ຂອງຈີນຕ່າງໄດ້ບັນລຸເຖິງ 4 ລ້ານ 9 ແສນ 2 ໝື່ນ 9 ພັນຄັນແລະ 4 ລ້ານ 9 ແສນ 4 ໝື່ນ 4 ພັນຄັນ, ຕ່າງໄດ້ເພີ່ມຂຶ້ນ 30,1% ແລະ 32% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ອັດຕາກວມຕະຫຼາດບັນລຸເຖິງ 35,2%.

      ທ່ານນາງ ເຊີນຊື້ຮວາ ຮອງເລຂາທິການສະມາຄົມອຸດສາຫະກຳລົດຍົນຈີນກ່າວວ່າ: ເມື່ອຈ້ອງມອງເບິ່ງອີກ 6 ເດືອນທ້າຍປີນີ້, ຄຽງຄູ່ກັບການຈັດຕັ້ງປະຕິບັດນະໂຍບາຍຕ່າງໆຢ່າງຕໍ່ເນື່ອງຄື:ການເອົາລົດເກົ່າປ່ຽນລົດໃໝ່ແລະນະໂຍບາຍທີ່ມີຜົນດີອື່ນໆ, ພ້ອມດ້ວຍຜະລິດຕະພັນໃໝ່ຂອງວິສາຫະກິດຜະລິດລົດຍົນໄດ້ເລີ່ມເຂົ້າສູ່ຕະຫຼາດເປັນກ້າວໆ,ຈະມີຜົນດີຕໍ່ການປ່ອຍກຳລັງບົ່ມຊ້ອນດ້ານການບໍລິໂພກຂອງຕະຫຼາດລົດຍົນຕື່ມອີກ,ຊ່ວຍການພັດທະນາຂະແໜງການລົດຍົນຢ່າງໝັ້ນທ່ຽງແລະປອດໃສ.