ຕອນບ່າຍວັນທີ 10 ກໍລະກົດນີ້, ຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະເຈລະຈາກັບທ່ານອູມາໂຣ ສິສໂຊໂກ ເອມບາໂລ ປະທານາທິບໍດີກີເນບີໂຊທີ່ມາຢ້ຽມຢາມຈີນທາງລັດຖະກິດ. ປະມຸກລັດສອງປະເທດເປັນເອກະສັນກັນເຫັນດີໃຫ້ຍົກລະດັບການພົວພັນລະຫວ່າງຈີນ-ກີເນບີໂຊເປັນການພົວພັນຄູ່ຮ່ວມຍຸດທະສາດ.
ທ່ານສີຈິ້ນຜິງຊີ້ໃຫ້ເຫັນວ່າ: ຈີນຍິນດີປັບປຸງຄວາມໄວ້ເນື້ອເຊື່ອໃຈກັນດ້ານການເມືອງກັບກີເນບີໂຊ, ເປີດກວ້າງການຮ່ວມມືທີ່ຕິດແທດຕົວຈິງ, ເພີ່ມເນື້ອໃນໃໝ່ເຂົ້າໃນການພົວພັນຄູ່ຮ່ວມຍຸດທະສາດລະຫວ່າງສອງປະເທດຢ່າງບໍ່ຢຸດຢັ້ງ, ຊ່ວຍກີເນບີໂຊພັດທະນາປະເທດຕົນຢ່າງດີກວ່າເກົ່າ.
ທ່ານເອມບາໂລກ່າວວ່າ: ກີເນບີໂຊສະໜັບສະໜູນຂໍ້ລິເລີ່ມກ່ຽວກັບການຮ່ວມກັນສ້າງໜຶ່ງແລວໜຶ່ງເສັ້ນທາງ ຂໍ້ລິເລີ່ມການພັດທະນາຂອງໂລກ ແລະຂໍ້ລິເລີ່ມອື່ນໆຂອງທ່ານປະທານສີຈິ້ນຜິງ, ຍິນດີເພີ່ມທະວີການຮ່ວມມືກັບຈີນໃນຂົງເຂດຕ່າງໆ.