ມູນຄ່າເພີ່ມທາງດ້ານເສດຖະກິດທ່າກຳປັ່ນຂອງຕົວເມືອງແຄມຝັ່ງທະເລຈີນໃນປີ 2023 ລວມທັງໝົດບັນລຸເຖິງ 6,200 ຕື້ຢວນ

2024-07-11 16:45:38 cri

      ນັກຂ່າວໄດ້ຮັບຂໍ້ມູນຈາກງານວາງສະແດງອຸດສາຫະກຳການຂົນສົ່ງທາງນ້ຳສາກົນທຽນສິນ 2024 ທີ່ໄຂຂຶ້ນໃນວັນທີ 10 ກໍລະກົດນີ້ວ່າ: ປີ 2023, ມູນຄ່າເພີ່ມທາງດ້ານເສດຖະກິດທ່າກຳປັ່ນຂອງຕົວເມືອງແຄມຝັ່ງທະເລ ຈີນລວມທັງໝົດໄດ້ບັນລຸເຖິງ 6,200 ຕື້ຢວນ, ກວມ 13,4% ຂອງຍອດມູນຄ່າເສດຖະກິດຂອງຕົວເມືອງເຫຼົ່ານີ້,ເມື່ອທຽບໃສ່ປີ 2022 ແລ້ວ, ໄດ້ມີຂະໜາດເພີ່ມຂຶ້ນ 192.9 ຕື້ຢວນ.

      ສະຖາບັນຄົ້ນຄວ້າການວາງແຜນຂອງກະຊວງຄົມມະນາຄົມແລະຂົນສົ່ງຈີນໄດ້ເຜີຍແຜ່ “ບົດລາຍງານການພັດທະນາເສດຖະກິດທ່າກຳປັ່ນຂອງຕົວເມືອງແຄມຝັ່ງທະເລຈີນ 2024” ໂດຍໄດ້ດຳເນີນການຕີລາຄາແບບສັງລວມຕໍ່ລະດັບການພັດທະນາເສດຖະກິດທ່າກຳປັ່ນຂອງຕົວເມືອງແຄມຝັ່ງທະເລ 59 ເມືອງຂອງຈີນ. ເສດຖະກິດທ່າກຳປັ່ນແມ່ນໝາຍເຖິງລວມຍອດການເຄື່ອນໄຫວດ້ານເສດຖະກິດທີ່ກ່ຽວຂ້ອງຂອງອຸດສາຫະກຳປະເພດຕ່າງໆທີ່ອາໄສແລະນຳໃຊ້ທ່າກຳປັ່ນໂດຍຖືທ່າກຳປັ່ນເປັນໃຈກາງແລະຕົວເມືອງແຄມຝັ່ງທະເລເປັນຈຸດຕັ້ງ.