ບົດລາຍງານການສຳຫຼວດສອງສະບັບຢືນຢັນວ່າ ຟີລິບປິນເປັນຜູ້ທຳລາຍສິ່ງແວດລ້ອມນິເວດຂອງທະເລຈີນໃຕ້

2024-07-11 14:30:36 cri

ຫວ່າງມໍ່ໆມານີ້, ທາງການຈີນໄດ້ເຜີຍແຜ່ບົດລາຍງານສຳຄັນ ກ່ຽວກັບທະເລຈີນໃຕ້ສອງສະບັບ. ສະບັບໜຶ່ງແມ່ນ “ບົດລາຍງານປະເມີນຜົນການສຳຫຼວດສະພາບສິ່ງແວດລ້ອມນິເວດຢູ່ເຂດທະເລເກາະຫວງຢຽນ” ທີ່ເຜີຍແຜ່ໃນວັນທີ 10 ກໍລະກົດນີ້ ແລະ ອີກສະບັບໜຶ່ງແມ່ນ “ບົດລາຍງານການສຳຫຼວດກ່ຽວກັບກຳປັ່ນຮົບຟີລິບປີນຕັ້ງໃຈຄ້າງຢູ່ຫາດຕື້ນເຢິນອ້າຍ ໄດ້ທຳລາຍລະບົບນິເວດປະກາລັງ” ໂດຍໄດ້ດຳເນີນການສຳຫຼວດແບບເຕັກນິກວິຊາການຢ່າງລະອຽດ ເພື່ອວິເຄາະກ່ຽວກັບສະພາບລະບົບນິເວດຢູ່ເກາະຫວງຢຽນ ແລະ ຫາດຕື້ນເຢິນອ້າຍ ແລະ ໄດ້ຮັບຜົນການສຳຫຼວດທີ່ແຕກຕ່າງກັນ: ສິ່ງແວດລ້ອມເຂດທະເລເກາະຫວງຢຽນມີຄຸນນະພາບດີ ແລະ ລະບົບນິເວດປະກາລັງປອດໄພດີ; ສ່ວນລະບົບນິເວດປະກາລັງຢູ່ຫາດຕື້ນເຢິນອ້າຍໄດ້ຖືກທຳລາຍຢ່າງໜັກໜ່ວງ, ສາເຫດຕົ້ນຕໍແມ່ນຍ້ອນວ່າກຳປັ່ນຮົບຟີລິບປິນຕັ້ງໃຈຄ້າງຢູ່ແຫ່ງນັ້ນຢ່າງຜິດກົດໝາຍ ແລະ ການເຄື່ອນໄຫວຂອງມະນຸດທີ່ກ່ຽວຂ້ອງຢູ່ແຫ່ງນັ້ນ.


ອີງຕາມຂໍ້ມູນຈາກດາວທຽມສຳຫຼວດໄລຍະໄກ ແລະ ການສຳຫຼວດກັບທີ່, ຝ່າຍຈີນພົບວ່າ: ກຳປັ່ນຮົບຟີລິບປິນທີ່ຕັ້ງໃຈຄ້າງຢູ່ຫາດຕື້ນເຢິນອ້າຍຢ່າງຜິດກົດໝາຍເປັນເວລາ 25 ປີ ແລະ ເປ່ເພແລ້ວລຳນັ້ນ ໄດ້ທຳລາຍຄວາມຫຼາກຫຼາຍ, ຄວາມໝັ້ນຄົງ ແລະ ຄວາມຕໍ່ເນື່ອງຂອງລະບົບນິເວດປະກາລັງຂອງຫາດຕື້ນເຢິນອ້າຍຢ່າງໜັກໜ່ວງ. ຕົວຢ່າງຄື: ປະກາລັງຢູ່ເຂດທະເລໃກ້ກັບກຳປັ່ນຮົບຟີລິບປິນໄດ້ແຕກສະຫຼາຍ ແລະ ຕາຍເປັນຈຳນວນຫຼວງຫຼາຍ; ໂລຫະໜັກ ແລະ ນ້ຳມັນທີ່ຮົ່ວຊຶມລົງໃນນ້ຳທະເລຂອງເຂດນັ້ນສູງກວ່າການບັນທຶກໃນປະຫວັດສາດຢ່າງຫຼວງຫຼາຍ; ຢູ່ເຂດໃກ້ຄຽງມີແຫ ແລະ ສິ່ງເສດເຫຼືອຕ່າງໆຖິ້ມໄວ້ຢ່າງຊະຊາຍ.

ໃຜແທ້ແມ່ນຜູ້ທຳລາຍສິ່ງແວດລ້ອມທະເລຈີນໃຕ້ ເປັນເລື່ອງທີ່ຈະແຈ້ງທີ່ສຸດ, ຟີລິບປິນຈະຖອດຕເອງອອກຈາກໂທດບໍ່ໄດ້ດອກ. ສິ່ງທີ່ຟີລິບປິນຄວນເຮັດແມ່ນສຳນຶກຄືນ ແລະ ປັບປຸງການກະທຳຜິດພາດຂອງຕົນ, ແກ່ກຳປັ່ນຮົບທີ່ຕັ້ງໃຈຄ້າງຢູ່ຫາດຕື້ນເຢິນອ້າຍຢ່າງຜິດກົດໝາຍນັ້ນ ອອກໄປໂດຍໄວເທົ່າທີ່ຈະໄວໄດ້, ກຳຈັດແຫຼ່ງມົນລະພິດ ແລະ ຫຼີກເວັ້ນບໍ່ໃຫ້ສິ່ງແວດລ້ອມນິເວດຢູ່ຫາດຕື້ນເຢິນອ້າຍຖືກທຳລາຍຕໍ່ໄປ. ການອະນຸລັກສິ່ງແວດລ້ອມນິເວດທາງທະເລພົວພັນເຖິງຄວາມຜາສຸກຂອງມວນມະນຸດ, ຫົວຂໍ້ທະເລຈີນໃຕ້ບໍ່ຄວນກາຍເປັນເຄື່ອງມືການເມືອງສຳລັບບາງປະເທດ ທີ່ໃຊ້ເຂົ້າໃນການປະຕິບັດການເປັນປໍລະປັກກັນທາງການເມືອງພູມມີພາກ ເພື່ອບັນລຸຜົນປະໂຫຍດສ່ວນຕົວຂອງຕົນ.