ປະທານຄະນະກຳມະການໂອລິມປິກສາກົນສະແດງຄວາມຊົມເຊີຍຕໍ່ເວທີເປິກສາຫາລືອະລິຍະທຳໂລກນີຊານມີເປົ້າໝາຍອັນດຽວກັນກັບງານໂອລິມປິກ

2024-07-11 15:23:21 cri

 

ວັນທີ 10 ກໍລະກົດນີ້, ທ່ານໂທມາສ ບາ ປະທານຄະນະກຳມະການໂອລິມປິກສາກົນໄດ້ກ່າວຄຳປາໄສຜ່ານທາງອອນລາຍໃນເວທີເປິກສາຫາລືອະລິຍະທຳໂລກນີຊ່ານຄັ້ງທີ 10 ວ່າ: ຍິນດີທີ່ໄດ້ຮູ້ວ່າ: ວັດທະນະທຳທີ່ເປັນມູນເຊື້ອຂອງຈີນແລະຫົວຂໍ້ນ້ຳໃຈໂອລິມປິກໄດ້ກາຍເປັນສ່ວນປະກອບທີ່ສຳຄັນຂອງເວທີເປິກສາຫາລືນີຊານ. ໃນເວລາທ່ານປີແອ ເດ ກູເບີຕິນ ຜູ້ກໍ່ຕັ້ງຂະບວນການຂອງກິລາໂອລິມປິກຍຸກປັດຈຸບັນຟື້ນຟູການແຂ່ງຈັນຂອງງານກິລາໂອລິມປິກ, ທ່ານກໍໄດ້ຖືງານນີ້ຖືເປັນຊ່ອງທາງການເຊື່ອມຕໍ່ແລະຊຸກຍູ້ຄວາມເຂົ້າໃຈກັນລະຫວ່າງປະເທດຕ່າງໆແລະປະຊາຊົນໃນທົ່ວໂລກ. ເວທີເປິກສາຫາລືນີຊ່ານມີເປົ້າໝາຍອັນດຽວກັນກັບງານກິລາໂອລິມປິກ, ບົນພື້ນຖານການສືບທອດປັນຍາຂອງຂົງຈື້, ຜ່ານການແລກປ່ຽນແລະການສົນທະນາທທີ່ມີຄວາມເຄົາລົບເຊິ່ງກັນແລະກັນມາເພີ່ມທະວີຄວາມເຂົ້າໃຈກັນລະຫວ່າງອະລິຍະທຳຕ່າງໆຂອງໂລກ.