ການຊ້ອມຮົບຮ່ວມຈີນ-ລາວໃນຫົວຂໍ້“ໂລ້ກຳບັງມິດຕະພາບ-2024”ເລີ່ມດຳເນີນການຝຶກຊ້ອມຮ່ວມກອງທັບບົກແລະກອງທັບອາກາດ

2024-07-11 13:04:55 CRI


     ວັນທີ 10 ກໍລະກົດນີ້, ຢູ່ສະໜາມຝຶກຊ້ອມຂອງວິທະຍາຄານນາຍທະຫານບົກກົມມະດຳຂອງກອງທັບປະຊາຊົນລາວທີ່ແຂວງວຽງຈັນ, ການຝຶກຊ້ອມຮ່ວລະຫວ່າງກອງທັບບົກ ແລະກອງທັບອາກາດຂອງການຊ້ອມຮົບຮ່ວມຈີນ-ລາວໃນຫົວຂໍ້ໂລ້ກຳບັງມິດຕະພາບ-2024ໄດ້ເລີ່ມດຳເນີນຕາມແຜນການ. ກຳລັງສູ້ຮົບທາງບົກ ແລະທາງອາກາດຂອງສອງກອງທັບຈີນ-ລາວໄດ້ປະສານສົມທົບກັນຢ່າງແໜ້ນແຟ້ນ, ດຳເນີນການຝຶກຊ້ອມໂດຍແນໃສ່ການໂຈມຕີທາງອາກາດ ແລະເນື້ອໃນອືື່ນໆ, ໄດ້ຍົກສູງຄວາມສາມາດໃນການປະຕິບັດໜ້າທີ່ສູ້ຮົບຮ່ວມຢ່າງຄ່ອງແຄ້ວ.