ອາເມຣິກາປະກາດວ່າຈະໃຫ້ການຊ່ວຍເຫຼືອດ້ານຄວາມໝັ້ນຄົງຕໍ່ອູແກຣນເພີ່ມອີກ 225 ລ້ານໂດລາ

2024-07-12 16:46:59 cri

      ວັນທີ 11 ກໍລະກົດນີ້, ກະຊວງປ້ອງກັນປະເທດອາເມຣິກາໄດ້ອອກຖະແຫຼງການໂດຍໄດ້ປະກາດວ່າຈະໃຫ້ການຊ່ວຍເຫຼືອດ້ານຄວາມໝັ້ນຄົງຕໍ່ອູແກຣນເພີ່ມອີກ 225 ລ້ານໂດລາ,ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງອູແກຣນໃນດ້ານຄວາມໝັ້ນຄົງທີ່ສຳຄັນແລະການປ້ອງກັນປະເທດ. ຂ່າວແຈ້ງວ່າ: ນີ້ແມ່ນອາວຸດຍຸດໂທປະກອນງວດທີ 61 ທີ່ລັດຖະບານ ໂຈ ໄບເດັນ ໄດ້ສະໜອງໃຫ້ແກ່ອູແກຣນໂດຍນຳມາຈາກສາງອາວຸດຂອງກະຊວງປ້ອງກັນປະເທດອາເມຣິການັບຕັ້ງແຕ່ເດືອນສິງຫາປີ 2021 ເປັນຕົ້ນມາ. ແຜນການດັ່ງກ່າວຈະສະໜອງລະບົບປ້ອງກັນອາກາດ,ອຸປະກອນຕ້ານອາວຸດ,ລະບົບຈະຫຼວດ,ປືນແລະລູກລະເບີດກໍຄືອາວຸດຕ້ານລົດຕັງເປັນຕົ້ນ.

      ນອກນີ້,ອາເມຣິກາພວມໃຊ້ການເຄື່ອນໄຫວຮ່ວມກັບເຢຍລະມັນ,ຣູມານີ,ໂຮນລັງແລະອິຕາລີ ເພື່ອເພີ່ມທະວີຄວາມສາມາດດ້ານການປ້ອງກັນອາກາດໃຫ້ແກ່ອູແກຣນ.