ເຈົ້າຊີວິດເລໂຊໂຕກ່າວວ່າຈະສືບຕໍ່ປະຕິບັດຕາມຫຼັກການປະເທດຈີນດຽວ

2024-07-12 11:47:28 CRI


     ວັນທີ 11 ກໍລະກົດນີ້, ສົມເດັດເລັດຊີ ທີ 3 ເຈົ້າຊີວິດເລໂຊໂຕໄດ້ກ່າວວ່າ: ເລໂຊໂຕໃຫ້ຄວາມສຳຄັນສູງຕໍ່ການຂະຫຍາຍການພົວພັນກັບຈີນ, ຈະສືບຕໍ່ປະຕິບັດຕາມຫຼັກການປະເທດຈີນດຽວ, ລົງເລິກການຮ່ວມືຕົວຈິງໃນຂົງເຂດຕ່າງໆ, ຊຸກຍູ້ໃຫ້ການພົວພັນລະຫວ່າງສອງຝ່າຍຂະຫຍາຍໄປໜ້າ.


     ວັນທີ 11 ກໍລະກົດນີ້, ສົມເດັດເລັດຊີ ທີ 3 ໄດ້ຮັບສານຕາຕັ້ງຈາກທ່ານຢາງສຽວຄຸ່ນ ເອກອັກຄະລັດຖະທູດຈີນປະຈຳເລໂຊໂຕຄົນໃໝ່ຢູ່ນະຄອນຫຼວງມາເຊລູຂອງເລໂຊໂຕ.


     ທ່ານຢາງສຽວຄຸ່ນກ່າວວ່າ: ຍິນດີທຳຄວາມພະຍາຍາມຮ່ວມກັບເລໂຊໂຕ, ເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆ, ເປີດປະຫວັດສາດໜ້າໃໝ່ແຫ່ງການພົວພັນລະຫວ່າງສອປະເທດ.