ນາໂຕຢ່າໃສ່ຮ້າຍປ້າຍສີຕໍ່ຈີນວ່າເປັນຜູ້ສ້າງວິກິດການອູແກຣນ

2024-07-12 10:55:44 cri

ວັນທີ 10 ກໍລະກົດນີ້, ກອງປະຊຸມສຸດຍອດວໍຊິງຕັນຂອງນາໂຕໄດ້ອອກຖະແຫຼງການ ໂດຍໃສ່ຮ້າຍປ້າຍສີຈີນວ່າເປັນ “ຜູ້ສະໜັບສະໜູນລັກສະນະຕັດສິນ” ຂອງການປະທະກັນລະຫວ່າງຣັດເຊຍກັບອູແກຣນ. ໃນຖານະທີ່ນາໂຕເປັນຜູ້ປຸກປັ່ນການປະທະກັນລະຫວ່າງຣັດເຊຍກັບອູແກຣນ, ນາໂຕບໍ່ພຽງແຕ່ບໍ່ໄດ້ສຳນຶກຄືນການກະທຳຄວາມຜິດຂອງຕົນເທົ່ານັ້ນ, ຫາກຍັງໄດ້ຖິ້ມໂທດໃສ່ຈີນ ທີ່ຫໍພະຍາຍາມຊຸກຍູ້ການເຈລະຈາສັນຕິພາບລະຫວ່າງຣັດເຊຍກັບອູແກຣນມາໂດຍຕະຫຼອດ ເຊິ່ງເຮັດໃຫ້ໂລກໄດ້ເຫັນທາດແທ້ຂອງນາໂຕ ທີ່ເປັນ “ເວນກຳມາຈາກສົງຄາມເຢັນ”ອີກ.


ພາຍຫຼັງສົງຄາມເຢັນສິ້ນສຸດລົງແລ້ວ, ນາໂຕຍັງໄດ້ຂະຫຍາຍອິດທິພົນອອກໄປສູ່ທາງທິດຕາເວັນອອກຢ່າງຕໍ່ເນື່ອງ ພາຍໃຕ້ການນຳພາຂອງອາເມຣິກາ ແລະ ບີບຮັດພື້ນທີ່ຄວາມໝັ້ນຄົງຂອງຣັດເຊຍຢ່າງບໍ່ຢຸດຢັ້ງ, ນີ້ຈິ່ງເປັນຕົ້ນປາຍສາຍເຫດທີ່ເຮັດໃຫ້ເກີດການປະທະກັນລະຫວ່າງຣັດເຊຍກັບອູແກຣນ. ເມື່ອສັງເກດຈາກການເມືອງພູມມີພາກແລ້ວເຫັນວ່າ: ອາເມຣິກາປຸກປັ່ນໃຫ້ເກີດການປະທະກັນຄັ້ງນີ້ ແມ່ນເພື່ອບັ່ນທອນຣັດເຊຍ ແລະ ກຳແໜ້ນຊາຕາກຳຂອງເອີຣົບຢູ່ໃນມືຕົນ.


ເພື່ອປິດບັງໜ້າທີ່ຮັບຜິດຊອບຂອງຕົນໃນການປະທະກັນລະຫວ່າງຣັດເຊຍກັບອູແກຣນ, ນາໂຕໄດ້ເສກສັນປັ້ນແຕ່ງ ແລະ ເຈຕະນາເຮັດໃຫ້ຈີນເປັນ “ແກະຮັບບາດ”. ແຕ່ເລື່ອງຈິງແມ່ນຫຍັງ? ຈົນມາຮອດປັດຈຸບັນ, ອາເມຣິກາ ແລະ ຝ່າຍຕາເວັນຕົກບໍ່ມີຫຼັກຖານທີ່ແທ້ຈິງໃດໆ, ຈົນກວ່າຜູ້ຮັບຜິດຊອບກອງທັບອາເມຣິກາກໍໄດ້ຢືນຢັນວ່າ: ຈີນບໍ່ໄດ້ໃຫ້ການຊ່ວຍເຫຼືອທາງການທະຫານແກ່ຣັດເຊຍໃນການປະທະກັນລະຫວ່າງຣັດເຊຍກັບອູແກຣນ.

ນັກວິເຄາະເຫັນວ່າ: ພາຍໃຕ້ການຄວບຄຸມຂອງອາເມຣິກາ, ນາໂຕໄດ້ຈັດເອົາຈີນເຂົ້າໄປພົວພັນກັບການປະທະກັນລະຫວ່າງຣັດເຊຍກັບອູແກຣນ, ສ້າງກະແສຂ່າວອັນທີ່ເອີ້ນວ່າ “ໄພຂົ່ມຂູ່ຈາກຈີນ” ເຊິ່ງເປັນພຽງແຕ່ຢາກຊອກຫາຂໍ້ອ້າງທີ່ຈະຂະຫຍາຍກຸ່ມນາໂຕໄປສູ່ພາກພື້ນອາຊີ-ປາຊີຟິກເທົ່ານັ້ນ.


ແຕ່ວ່າ  ຫຼັກໝັ້ນແກນກາງຂອງຈີນໃນບັນຫາອູແກຣນແມ່ນຊຸກຍູ້ໃຫ້ມີການເຈລະຈາສັນຕິພາບ ແລະ ແກ້ໄຂທາງການເມືອງ ເຊິ່ງໄດ້ຮັບຄວາມເຫັນດີ ແລະ ຄວາມຊົມເຊີຍຈາກປະຊາຄົມໂລກຢ່າງກວ້າງຂວາງ. ການປະທະກັນລະຫວ່າງຣັດເຊຍກັບອູແກຣນແກ່ຍາວມາເຖິງປັດຈຸບັນ, ແມ່ນຜູ້ໃດກັນແທ້ໄດ້ຍຸຍົງສົ່ງເສີມ ທັງຕື່ມເຊື້ອເພີງໃຫ້ການປະທະກັນຮຸນແຮງຍິ່ງຂຶ້ນ ແລະ ແມ່ນຜູ້ໃດກັນແທ້ສະແຫວງຫາຜົນປະໂຫຍດສ່ວນຕົວຈາກການປະທະກັນລະຫວ່າງຣັດເຊຍ-ອູແກຣນ? ປະຊາຄົມໂລກແມ່ນຮູ້ດີທີ່ສຸດ.