ມູນຄ່າການຄ້າກັບຕ່າງປະເທດຂອງຈີນໃນ 6 ເດືອນຕົ້ນປີນີ້ສ້າງສະຖິຕິໃໝ່

2024-07-12 11:54:38 CRI


     ວັນທີ 12 ກໍລະກົດນີ້, ກົມໃຫຍ່ດ່ານພາສີຈີນເປີດເຜີຍໃຫ້ຮູ້ວ່າ: ໃນ 6 ເດືອນຕົ້ນປີນີ້, ຍອດມູນຄ່າການຄ້າຂາເຂົ້າຂາອອກສິນຄ້າຂອງຈີນໄດ້ບັນລຸ 21,170 ຕື້ຢວນ, ເພີ່ມຂຶ້ນ 6,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ຂະໜາດການຄ້າໄດ້ສ້າງສະຖິຕິໃໝ່ອີກ, ການພັດທະນາຕາມໄຕມາດໄດ້ມີທ່ວງທ່າດີຂຶ້ນຢ່າງຕໍ່ເນື່ອງ. ໃນນັ້ນ, ການຄ້າຂາອອກມີ 12,130 ຕື້ຢວນ, ເພີ່ມຂຶ້ນ 6,9%; ການຄ້າຂາເຂົ້າມີ 9,040 ຕື້ຢວນ, ເພີ່ມຂຶ້ນ 5,2%; ການໄດ້ປຽບດຸນການຄ້າ 3,090 ຕື້ຢວນ, ເພີ່ມຂຶ້ນ 12%.