ທ່ານຫວາງຢີ້ໂອ້ລົມທາງໂທລະສັບກັບລັດຖະມົນຕີການຕ່າງປະເທດໂຮນລັງ

2024-07-12 14:48:52 cri

ວັນທີ 11 ກໍລະກົດນີ້, ທ່ານຫວາງຢີ້, ກຳມະການກົມການເມືອງສູນກາງພັກກອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ໂອ້ລົມທາງໂທລະສັບກັບທ່ານຄັສເປີ ເຟນຄາມ ລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ຂອງໂຮນລັງ.

 

ທ່ານຫວາງຢີ້ກ່າວວ່າ: ຈີນຍິນດີເພີ່ມທະວີການຮ່່ວມມືກັບໂຮນລັງ, ຮ່ວມກັນປົກປັກຮັກສາສະຖຽນລະພາບຂອງຕ່ອງໂສ້ການຜະລິດແລະຕ່ອງໂສ້ການສະໜອງຂອງໂລກ. ກ່ຽວກັບບັນຫາສັນຕິພາບແລະຄວາມໝັ້ນຄົງ, ຈີນມີຄວາມແຕກຕ່າງດ້ານລະບອບການເມືອງແລະຄ່ານິຍົມກັບປະເທດກຸ່ມນາໂຕ, ແຕ່ວ່ານີ້ບໍ່ຄວນກາຍເປັນຂໍ້ອ້າງຂອງການປຸກປັ່ນການເປັນປໍລະປັກກັນກັບຈີນຂອງກຸ່ມນາໂຕ. ສິ່ງທີ່ຖືກຕ້ອງແມ່ນການເພີ່ມທະວີການສົນທະນາກັນ, ເພີ່ມທະວີຄວາມເຂົ້າໃຈກັນ, ສ້າງຄວາມໄວ້ເນື້ອເຊື່ອໃຈກັນຢ່າງເປັນພື້ນຖານ, ຫຼີກເວັ້ນບໍ່ໃຫ້ມີການຕັດສິດຢ່າງຜິດພາດທາງດ້ານຍຸດທະສາດ. ກຸ່ມນາໂຕຄວນເຮັດວຽກຂອງຕົນໃຫ້ດີ, ບໍ່ແຊກແຊງວຽກງານຂອງອາຊີ-ອາຊີຟິກ, ບໍ່ແຊກແຊງວຽກງານພາຍໃນຂອງຈີນ, ບໍ່ທ້າທາຍຕໍ່ສິດແລະຜົນປະໂຫຍດຢ່າງຊອບທຳຂອງຈີນ.

 

ທ່ານຄັສເປີ ເຟນຄາມກ່າວວ່າ: ເມື່ອປະເຊີນໜ້າກັບສະຖານະການສາກົນທີ່ປັ່ນປ່ວນວຸ້ນວາຍ, ໂຮນລັງກໍບໍ່ເຫັນດີນຳການຕັດຂາດຕ່ອງໂສ້ກັບຈີນ, ຍິນດີຮັກສາການແລກປ່ຽນກັບຈີນ, ພັດທະນາການພົວພັນລະຫວ່າງໂຮນລັງ-ຈີນໃຫ້ມີລັກສະນະຕົວຈິງ. ຄວາມຂັດແຍ້ງລະຫວ່າງເອີຣົບ-ຈີນບໍ່ຄວນກີດຂວາງການຮ່ວມມືລະຫວ່າງສອງຝ່າຍ. ໂຮນລັງສະໜັບສະໜູນການພັດທະນາການພົວພັນລະຫວ່າງເອີຣົບ-ຈີນທີ່ມີລັກສະນະສ້າງສັນ. ກຸ່ມນາໂຕສຸມກຳລັງເຂົ້າໃນການປົກປ້ອງຄວາມໝັ້ນຄົງຂອງບັນດາປະເທດສະມາຊິກ, ຈະເປັນອົງການຈັດຕັ້ງທີ່ມີລັກສະນະປ້ອງກັນຢ່າງສະເໝີຕົ້ນສະເໝີປາຍ.