ອິນໂດເນເຊຍໃຫ້ຄວາມກະຈ່າງແຈ້ງກ່ຽວກັບການເກັບພາສີເພີ່ມຂຶ້ນສູງຕໍ່ສິນຄ້າທີ່ນຳເຂົ້າຈາກຈີນ ກະຊວງການຕ່າງປະເທດຈີນໃຫ້ຄຳຕອບ

2024-07-12 12:04:04 CRI

     ວັນທີ 11 ກໍລະກົດນີ້, ໃນເວລາທ່ານລີນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນຕອບຄຳຖາມຂອງນັກຂ່າວໃນກອງປະຊຸມຖະແຫຼງຂ່າວປະຈຳ, ທ່ານຊີ້ອອກວ່າ: ຈີນໄດ້ເອົາໃຈໃສ່ເຖິງເລື່ອງທີ່ກ່ຽວກັບທ່ານລູຮຸດ ບິນຊາ ປານໄຈຕັນ ລັດຖະມົນຕີກະຊວງແຜນການວຽກງານທະເລແລະການລົງທຶນ ຜູ້ຮັບຜິດຊອບການຮ່ວມມືກັບຈີນຂອງອິນໂດເນເຊຍ ແລະທ່ານຊູນກິລີ ຮາຊັນ ລັດຖະມົນຕີກະຊວງການຄ້າອິນໂດເນເຊຍໄດ້ໃຫ້ຄວາມກະຈ່າງແຈ້ງກ່ຽວກັບການລາຍງານທີ່ວ່າອິນໂດເນເຊຍຈະເກັບພາສີເພີ່ມຂຶ້ນສູງຕໍ່ສິນຄ້າທີ່ນຳເຂົ້າຈາກຈີນ ໂດຍກ່າວວ່າ: ເຖິງວ່າຈະເກັບພາສີທີ່ມີລັກສະນະຮັບປະກັນ, ແຕ່ຈະນຳໃຊ້ຕໍ່ປະເທດທັງໝົດ, ບໍ່ແມ່ນແນໃສ່ປະເທດໃດໜຶ່ງ, ຍິ່ງບໍ່ແມ່ນແນໃສ່ປະເທດຈີນ.


     ທ່ານລີນຈ້ຽນກ່າວວ່າ: ທາດແທ້ຂອງການຮ່ວມມືລະຫວ່າງຈີນ-ອິນໂດເນເຊຍແມ່ນຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ຈີນຍິນດີຍົກສູງລະດັບການຮ່ວມມືດ້ານເສດຖະກິດການຄ້າກັບອິນໂດເນເຊຍຕື່ມອີກ, ຮ່ວມກັນປົກປັກຮັກສາລະຽບການຄ້າສາກົນແບບເສລີ ແລະເປີດປະຕູ.