ທ່ານນາງເພີງລີ້ຢວນພົບປະກັບຮອງເລຂາທິການໃຫຍ່ອົງການສະຫະປະຊາຊາດ ແລະຜູ້ອຳນວຍການໃຫຍ່ຊ່ວຍວ່າການ WHO

2024-07-12 11:57:52 CRI


     ຕອນບ່າຍວັນທີ 11 ກໍລະກົດນີ້, ຢູ່ທີ່ນະຄອນຫຼວງປັກກິ່ງ, ທ່ານນາງເພີງລີ້ຢວນ ພັນລະຍາຂອງທ່ານສີຈິ້ນຜິງ ປະທານປະເທດຈີນ, ທູດເຜີຍແຜ່ການປ້ອງກັນວັນນະໂລກແລະໂລກເອດຂອງອົງການອະນາໄມໂລກຫຼື WHO ໄດ້ພົບປະກັບທ່ານນາງວີນນີ ໄບອັນອີມາ ຮອງເລຂາທິການໃຫຍ່ອົງການສະຫະປະຊາຊາດ ຫົວໜ້າປະຕິບັດງານອົງການວາງແຜນຮັບມືກັບໂລກເອດຂອງສະຫະປະຊາຊາດຫຼື UNAIDS ແລະທ່ານໂຊໂລມອນ ຜູ້ອຳນວຍການໃຫຍ່ຊ່ວຍວ່າການ WHO.


     ທ່ານນາງເພີງລີ້ຢວນໄດ້ແນະນຳປະສົບການແລະບົດຮຽນທີ່ຈີນໄດ້ຮັບໃນດ້ານການປ້ອງກັນແລະປິ່ນປົວໂລກເອດແລະວັນນະໂລກ ໂດຍກ່າວວ່າ, ຍິນດີສືບຕໍ່ປະຕິບັດໜ້າທີ່ທູດເຜີຍແຜ່ໃຫ້ດີ, ປະກອບສ່ວນຫຼາຍກວ່າເກົ່າເຂົ້າໃນການປ້ອງກັນແລະປິ່ນປົວໂລກເອດແລະວັນນະໂລກໃນທົ່ວໂລກ.


     ທ່ານນາງໄບອັນອີມາ ແລະທ່ານໂຊໂລມອນກ່າວວ່າ, ຍິນດີເພີ່ມທະວີການຮ່ວມມືກັບຈີນໃນຂົງເຂດທີ່ກ່ຽວຂ້ອງຕື່ມອີກ, ຊຸກຍູ້ໃຫ້ວຽກງານສາທາລະນະສຸກທົ່ວໂລກມີການພັດທະນາແລະກ້າວໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ, ເພື່ອສ້າງຄວາມສຸກໃຫ້ແກ່ປະຊາຊົນບັນດາປະເທດ.