ກອງຕຳຫຼວດປ້ອງກັນຊາຍຝັ່ງທະເລຂອງຈີນຂັບໄລ່ເຮືອຍີ່ປຸ່ນທີ່ເດີນເຂົ້າສູ່ເຂດທະເລເກາະຕ້ຽວອີຂອງຈີນຢ່າງຜິດກົດໝາຍ

2024-07-12 16:50:11 cri

      ທ່ານ ກ່ານຢວີ ໂຄສົກກອງຕຳຫຼວດປ້ອງກັນຊາຍຝັ່ງທະເລຈີນກ່າວວ່າ: ວັນທີ 10 ກໍລະກົດນີ້, ເຮືອປະມົງລຳໜຶ່ງແລະເຮືອລາດຕະເວນຫຼາຍລຳຂອງຍີ່ປຸ່ນໄດ້ລ່ວງລ້ຳເຂົ້າສູ່ນ່ານທະເລເກາະຕ້ຽວອີຂອງຈີນຢ່າງຜິດກົດໝາຍ,ກຳປັ່ນກອງຕຳຫຼວດປ້ອງກັນຊາຍຝັ່ງທະເລຂອງຈີນໄດ້ໃຊ້ມາດຕະການຄວບຄຸມແລະຄຸ້ມຄອງທີ່ຈຳເປັນຕາມກົດໝາຍພ້ອມທັງໄດ້ເຕືອນແລະດຳເນີນການຂັບໄລ່ເຮືອດັ່ງກ່າວ. ເກາະຕ້ຽວອີພ້ອມທັງເກາະດອນຕ່າງໆຢູ່ບໍລິເວນໃກ້ຄຽງລ້ວນແຕ່ແມ່ນດິນແດນຂອງຈີນຕັ້ງແຕ່ບູຮານນະການ,ກຳປັ່ນກອງຕຳຫຼວດປ້ອງກັນຊາຍຝັ່ງທະເລຂອງຈີນໄດ້ດຳເນີນການປົກປັກຮັກສາອະທິປະໄຕທາງທະເລຂອງປະເທດຕົນຕາມກົດໝາຍ. ພວກຂ້າພະເຈົ້າຮຽກຮ້ອງໃຫ້ຝ່າຍຍີ່ປຸ່ນຈົ່ງຍຸດຕິການເຄື່ອນໄຫວທີ່ຜິດກົດໝາຍທຸກຢ່າງຢູ່ເຂດທະເລດັ່ງກ່າວໃນທັນທີ,ຖ້າບໍ່ດັ່ງນັ້ນຈີນຈະໃຊ້ມາດຕະການຕອບໂຕ້ດ້ວຍທຸກຮູບແບບ.