ປະທານາທິບໍດີກິເນບິດຊາວ: ຈີນສະໜັບສະໜູນພວກເຮົາໂດຍບໍ່ລັ່ງເລໃຈ ພວກເຮົາກໍສະໜັບສະໜູນຈີນຢ່າງສະເໝີຕົ້ນສະເໝີປາຍ

2024-07-12 16:48:03 CRI


   ໂດຍຕອບສະໜອງຕາມຄໍາເຊີນຂອງທ່ານ ສີຈິ້ນຜິງ ປະທານປະເທດຈີນ, ທ່ານ ອູມາໂຣ ເອວ ມອກຮາຕາ ຊິດໂຊໂກ ເອັມບາໂລ ປະທານາທິບໍດີກິເນບິດຊາວໄດ້ເດີນທາງມາຢ້ຽມຢາມຈີນທາງລັດຖະກິດລະຫວ່າງວັນທີ 9-13 ກໍລະກົດຜ່ານມາ. ຖືເປັນເທື່ອທໍາອິດທີ່ທ່ານປະທານາທິບໍດີເອັມບາໂລເດີນທາງມາຢ້ຽມຢາມຈີນທາງລັດຖະກິດ.


   ໃນໄລຍະຢ້ຽມຢາມຈີນ, ທ່ານ ເອັມບາໂລ ໄດ້ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸໂທລະພາບສູນກາງຈີນ ຫຼື CMG ວ່າ: ຂ້າພະເຈົ້າເຫັນວ່າ: ການທີ່ກິເນບິດຊາວຮັກສາການຮ່ວມມືຢ່າງແໜ້ນແຟ້ນກັບຈີນແມ່ນມີຄວາມໝາຍສໍາຄັນຍິ່ງ. ສອງປະເທດໄດ້ບັນລຸສັນຍາຫຼາຍສະບັບ ໂດຍໄດ້ກວມເອົາດ້ານການເມືອງ, ການປະສານງານດ້ານການທູດ ແລະອື່ນໆ. ໃນເວທີສາກົນ, ສອງຝ່າຍໄດ້ຮັກສາຈຸດຢືນທີ່ເປັນເອກະພາບກັນ. ສິ່ງນີ້ໄດ້ສ່ອງແສງໃຫ້ເຫັນເຖິງການພົວພັນຮ່ວມມືທີ່ແໜ້ນແຟ້ນລະຫວ່າງກິເນບິດຊາວກັບຈີນ.


   ທ່ານ ເອັມບາໂລ ກ່າວຕື່ມວ່າ: ຈີນບໍ່ພຽງແຕ່ມີຄວາມໝາຍສໍາຄັນຕໍ່ກິເນບິດຊາວເທົ່ານັ້ນ, ຫາກຍັງມີບົດບາດສໍາຄັນຕໍ່ໂລກນໍາອີກ. ຈີນເປັນໜຶ່ງໃນປະເທດສະມາຊິກຖາວອນຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ, ທັງເປັນໜຶ່ງໃນປະເທດໃຫຍ່ຢູ່ໃນໂລກ, ມີອິດທິພົນທີ່ເບິ່ງຂ້າມບໍ່ໄດ້. ຈີນໄດ້ສະໜັບສະໜູນຈຸດຢືນຂອງກິເນບິດຊາວໃນເວທີສະຫະປະຊາຊາດຢ່າງສະເໝີຕົ້ນສະເໝີປາຍ. ທຸກເທື່ອທີ່ພວກເຮົາຕ້ອງການການສະໜັບສະໜູນຈາກຈີນ, ຈີນໄດ້ສະໜັບສະໜູນພວກເຮົາໂດຍບໍ່ລັ່ງເລໃຈ. ພວກເຮົາກໍໄດ້ສະໜັບສະໜູນຈີນຢ່າງສະເໝີຕົ້ນສະເໝີປາຍ.