ຮັບຮູ້ນະໂຍບາຍການປະຕິຮູບຂອງຈີນໃນຍຸກໃໝ່(1)

2024-07-12 15:23:23 cri

    

ການປະຕິຮູບແລະເປີດປະຕູສູ່ພາຍນອກເປັນນະໂຍບາຍພື້ນຖານແຫ່ງຊາດຂອງພັກຄອມມູນິດຈີນໃນການບໍລິຫານປະເທດ. ນະໂຍບາຍນີ້ແມ່ນເລີ່ມສະເໜີອອກໃນກອງປະຊຸມຄົບຄະນະຄັ້ງທີ3ຂອງສູນກາງພັກຄອມມູນິດຈີນສະໄໝທີ11ພາຍໃຕ້ການເປັນປະທານຂອງທ່ານເຕີ້ງສ້ຽວຜິງເມື່ອປີ1978, ແລະໄດ້ຮັບການລົງເລິກຢ່າງຮອບດ້ານຈາກກອງປະຊຸມຄົບຄະນະຄັ້ງທີ3ຂອງສູນກາງພັກຄອມມູນິດຈີນສະໄໝທີ18ພາຍໃຕ້ການເປັນປະທານຂອງທ່ານສີຈິ້ນຜິງເມື່ອປີ2013. ສະນັ້ນ, ເນື່ອງໃນໂອກາດກອງປະຊຸມຄົບຄະນະຄັ້ງທີ3ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ20ຈະຈັດຂຶ້ນລະຫວ່າງວັນທີ15-18ກໍລະກົດນີ້ຢູ່ນະຄອນຫຼວງປັກກິ່ງ. ພວກເຮົາມາຮັບຮູ້ນະໂຍບາຍການປະຕິຮູບ ຂອງຈີນໃນຍຸກໃໝ່. ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກ ຄອມມູນິດຈີນ ສະໄໝທີ 20 ຈະຈັດຂຶ້ນລະຫວ່າງວັນທີ 15 ຫາ 18 ກໍລະກົດ 2024ຢູ່ນະຄອນຫຼວງ ປັກກິ່ງ ປະເທດຈີນ, ພວກເຮົາຈະລົງບົດຄວາມຕ່າງໆ, ເພື່ອບັນລະຍາຍນະໂຍບາຍການປະຕິຮູບ ຂອງຈີນ ໃນຍຸກໃໝ່, ແລະຖອດຖອນບົດຮຽນການພັດທະນາປະເທດຊາດ.

   

    ຕອນທີ 1: ຜ່ານຜ່າຂອດຫຍຸ້ງຍາກທີ່ສຸດ ສະແຫວງຫາເປົ້າໝາຍທີ່ຍິ່ງໃຫຍ່ແລະສູງສົ່ງທີ່ສຸດ

    ຕົ້ນໄຮພູເຂົາ ເປັນຕົ້ນໄມ້ຊະນິດໜຶ່ງທີ່ມັກເຫັນຢູ່ເລື້ອຍໆຢູ່ພາກໃຕ້ຈີນ. ຕົ້ນໄມ້ຊະນິດນີ້ມີຄວາມເຂັ້ມແຂງ, ສາມາດຕ້ານທານຕໍ່ຄວາມແຫ້ງແລ້ງໄດ້, ປູກງ່າຍແລະລອດເຫຼືອງ່າຍ ມີຄວາມໝາຍເຖິງຄວາມຈະເລີນຮຸ່ງເຮືອງແລະສ້າງ ຄວາມສຸກໃຫ້ແກ່ທ້ອງຖິ່ນ.

    ນະຄອນເຊີ່ນເຈີ້ນແຂວງກວາງຕຸ່ງ ເປັນເຂດເສດຖະກິດພິເສດແຫ່ງທຳອິດ ຂອງຈີນທີ່ທ່ານເຕີ້ງສ້ຽວຜິງ ຫົວໜ້າຊ່າງອອກແບບການປະຕິຮູບແລະເປີດ ປະຕູສູ່ພາຍນອກຂອງຈີນກຳນົດສ້າງຂຶ້ນເມື່ອປີ 1979. ເປັນເວລາພຽງແຕ່30ປີເທົ່ານັ້ນ, ຕົວເມືອງແຫ່ງນີ້ຈາກເມືອງນ້ອຍແຄມຝັ່ງທະເລຈີນໃຕ້ທີ່ມີປະຊາກອນບໍ່ຮອດ 30.000 ຄົນໄດ້ຖືກພັດທະນາໃຫ້ກາຍເປັນມະຫານະຄອນທີ່ທັນສະໄໝລະດັບ ໂລກທີ່ມີປະຊາກອນເກືອບ 18.000.000 ຄົນ. ອັດຕາການເຕີບໂຕ ຂອງລວມ ຍອດຜະລິດຕະພັນພາຍໃນຫຼືGDPສະເລ່ຍແລ້ວບັນລຸເຖິງ 24,8% ຕໍ່ປີ ຖືວ່າໄດ້ ສ້າງສິ່ງມະຫັດສະຈັນເຊີ່ນເຈີ້ນທີ່ເຮັດໃຫ້ຊາວໂລກຮູ້ສຶກໜ້າງຶດງໍ້ຫຼາຍ ແລະ ໄດ້ກາຍເປັນຕົວແບບຂອງການປະຕິຮູບແລະເປີດປະຕູ ສູ່ພາຍນອກຂອງຈີນ.

    ຕົ້ນໄຮພູເຂົາສອງຕົ້ນທີ່ມີເລື່ອງລາວທີ່ໜ້າສົນໃຈຢູ່ນະຄອນເຊີ່ນເຈີ້ນ

    ຕົ້ນໜຶ່ງແມ່ນທ່ານເຕີ້ງສ້ຽວຜິງປູກໃນເວລາລົງເຄື່ອນໄຫວຢ້ຽມຢາມແລະເຮັດວຽກຢູ່ເຊີ່ນເຈີ້ນເມື່ອເດືອນມັງກອນປີ1992. ອີກຕົ້ນໜຶ່ງແມ່ນທ່ານສີຈິ້ນຜິງ ຜູ້ນຳສູງສຸດຂອງຈີນປູກໃນເວລາທີ່ເພິ່ນລົງເຄື່ອນໄຫວຢ້ຽມຢາມແລະເຮັດວຽກຢູ່ແຂວງກວາງຕຸ້ງເມື່ອວັນທີ8ທັນວາ2012 ເຊິ່ງເປັນມື້ທີ24ຫຼັງຈາກເພິ່ນໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນເປັນຄັ້ງທຳອິດ. ມື້ນັ້ນ, ທ່ານສີຈິ້ນຜິງ ໄດ້ວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບປັ້ນທອງຂອງທ່ານເຕີ້ງສ້ຽວຜິງ ແລ້ວໄດ້ກົ້ມຫົວໄວ້ອາໄລດ້ວຍຄວາມເຄົາລົບນັບຖືເປັນຢ່າງສູງ ພ້ອມທັງໄດ້ຈ້ອງມອງເບິ່ງພາບຂອງທົ່ວນະຄອນເຊີ່ນເຈີ້ງຢູ່ເທີງຈອມພູ.

ວັນທີ 8 ທັນວາ 2012, ທ່ານສີຈິ້ນຜິງ ປູກຕົ້ນໄຮຕົ້ນໜຶ່ງຢູ່ສວນສາທາລະນະຫຼຽນຮວາຊ່ານນະຄອນເຊີ່ນເຈິ້ນ 

    

    ໃນການຢ້ຽມຢາມເຊີ່ນເຈີ້ນຄັ້ງນັ້ນ, ທ່ານສີຈິ້ນຜິງໄດ້ເວົ້າໂດຍກົງວ່າ: “ມາກວາງຕຸ້ງເທື່ອນີ້ ຈຸດປະສົງກໍເພື່ອທົບທວນຄືນຂະບວນວິວັດປະຫວັດການປະຕິຮູບແລະເປີດປະຕູສູ່ພາຍນອກຂອງຈີນຢູ່ກັບບ່ອນທີ່ນຳໜ້າດຳເນີນການປະຕິຮູບແລະເປີດປະຕູສູ່ພາຍນອກກ່ອນໝູ່ໃນທົ່ວປະເທດຈີນ ເພື່ອສືບຕໍ່ຊຸກຍູ້ພາລະກິດການປະຕິຮູບແລະເປີດປະຕູສູ່ພາຍນອກໃຫ້ຂະຫຍາຍຕົວໄປຂ້າງໜ້າ.” ກໍແມ່ນການເຄື່ອນໄຫວຢ້ຽມຢາມເພື່ອຕາມຫາຮອຍບາດກ້າວຍ່າງຂອງຄົນຮຸ່ນກ່ອນເທື່ອນັ້ນເອງ, ທ່ານສີຈິ້ນຜິງໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ “ການປະຕິຮູບແລະເປີດປະຕູສູ່ພາຍນອກເປັນມາດຕະການທີ່ເປັນຂໍກຸນແຈສຳຄັນທີ່ຕັດສິນຊາຕາກຳຂອງຈີນໃນຍຸກປັດຈຸບັນ”, ເພິ່ນໄດ້ອອກຄຳສັ່ງເພື່ອປຸກລະດົມຂົນຂວາຍທົ່ວພັກແລະປະຊາຊົນທົ່ວປະເທດໃຫ້ປະຕິບັດການປະຕິຮູບແລະເປີດປະຕູສູ່ພາຍນອກຢ່າງບໍ່ຢຸດຢັ້ງໃນຍຸກໃໝ່.

 

    ຈາກການ“ຢັ່ງຫີນຂ້າມນ້ຳ” ຈົນຮອດການແກ້ໄຂບັນຫາ “ຂົວ ແລະ ເຮືອ”

    ຈີນມີຄຳສຸພາສິດວ່າ: “ຢັ່ງຫີນຂ້າມນ້ຳ” ເປັນຄຳເວົ້າທີ່ສ່ອງແສງໃຫ້ເຫັນເຖິງສະຕິປັນຍາຂອງປະຊາຊົນຈີນ, ໝາຍຄວາມວ່າ: ເວລາຂ້າມນ້ຳ, ຢັ່ງກ້ອນຫີນເພື່ອຢຽບໃຫ້ໝັ້ນກ່ອນແລ້ວຈຶ່ງຢ່ວງບາດກ້າວຕໍ່ໄປ. ນີ້ແມ່ນວິທີສຳຄັນທີ່ໃຊ້ໃນການປະຕິຮູບແລະເປີດປະຕູສູ່ພາຍນອກທີ່ນຳພາໂດຍທ່ານເຕີ້ງສ້ຽວຜິງ. ຕໍ່ກັບການປະຕິຮູບແລະເປີດປະຕູສູ່ພາຍນອກທີ່ເປັນພາລະກິດໃໝ່ໆທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດ, “ປັດຈຸບັນຍັງຢູ່ໃນໄລຍະການທາບທາມ, ນ້ຳເລິກຫຼືຕື້ນຍັງບໍ່ຮູ້ແຈ້ງເທື່ອ, ຕ້ອງຄ່ອຍຍ່າງໄປເບິ່ງໄປແຕ່ລະກ້າວ, ຂາສອງເບື້ອງຕ້ອງຍ່າງໄປຢ່າງໝັ້ນທ່ຽງ ຫາກໄປຜິດແລ້ວຕ້ອງຖອຍຄືນຫຼັງແລ້ວຍ່າງໄປໃໝ່, ຢ່າສູ່ລົ້ມລົງນ້ຳໄປ.”

    ອັນນີ້ກໍແມ່ນຄຳອະທິບາຍຢ່າງມີຊີວິດຊີວາກ່ຽວກັບວິທີການແບບ “ຢັ່ງຫີນຂ້າມນ້ຳ” ເຊິ່ງໄດ້ລະບຸໄວ້ໃນເອກະສານທາງການຕອນທີ່ຈີນຫາກໍ່ປະຕິບັດການປະຕິຮູບແລະເປີດປະຕູສູ່ພາຍນອກເມື່ອຕົ້ນຊຸມປີ1980, ຄຳອະທິບາຍດັ່ງກ່າວໄດ້ຊີ້ແຈງຢ່າງຖືກຕ້ອງລະອຽດວ່າ ພາຍໃຕ້ກໍລະນີທີ່ບໍ່ມີປະສົບການພຽງພໍ ແມ່ນຄວນກ້າວເດີນໄປຂ້າງໜ້າແບບທາບທາມຄືແນວໃດ.

    ຜູ້ທີ່ຮູ້ດີກ່ຽວກັບພັກຄອມມູນິດຈີນບໍລິຫານປະເທດຄືແນວໃດອາດຈະຮູ້ວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຄອມມູນິດຈີນແມ່ນ ທຸກໆ 5 ປີຈັດຂຶ້ນຄັ້ງໜຶ່ງເພື່ອ ເປິກສາຫາລື ແລະ ຕົກລົງບັນຫາສຳຄັນຂອງພັກ, ຕາມປົກກະຕິແລ້ວ, ລະຫວ່າງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຈີນສອງຄັ້ງ, ຈະຈັດກອງປະຊຸມຄົບຄະນະຂອງຄະນະກຳມະການສູນກາງພັກຄອມມູນິດຈີນ 7 ເທື່ອ, ຈະວາງແຜນການກ່ຽວ ບຸກຄະລາກອນ, ສັງຄົມ, ເສດຖະກິດ, ການກໍ່ສ້າງພັກ ແລະ ຂົງເຂດອື່ນໆ, ແຕ່ສິ່ງທີ່ທ່ານອາດຈະບໍ່ຮູ້ນັ້ນກໍຄື: ເດືອນທັນວາປີ 1978, ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 11 ທີ່ຈັດຂຶ້ນພາຍໃຕ້ການເປັນປະທານຂອງທ່ານເຕີ້ງສຽວຜິງໄດ້ເປີດໄລຍະທີ່ “ປະຕິຮູບຢູ່ພາຍໃນ ແລະ ເປີດປະຕູສູ່ພາຍນອກ” ແບບໄຂສັງກາດໃໝ່, ຊຸກຍູ້ໃຫ້ເສດຖະກິດສັງຄົມຈີນພັດທະນາຢ່າງຕໍ່ເນື່ອງ ແລະ ວ່ອງໄວ. ຫຼັງຈາກນັ້ນ, ຫົວຂໍ້ເປິກສາຫາລືຂອງກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນແຕ່ລະສະໄໝ ລ້ວນແຕ່ໄດ້ສຸມໃສ່ການລົງເລິກ ແລະ ຊຸກຍູ້ການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຄືແນວໃດ. ຕົວຢ່າງວ່າ ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 12 ທີ່ຈັດຂຶ້ນໃນປີ 1984 ໄດ້ວາງແຜນນະໂຍບາຍການປະຕິຮູບໂຄງປະກອບເສດຖະກິດທີ່ຖືເອົາຕົວເມືອງເປັນຈຸດສຸມ; ກອງປະຊຸມຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 14 ທີ່ຈັດຂຶ້ນໃນປີ 1993, ໄດ້ຊຸກຍູ້ການປະຕິຮູບໂຄງປະກອບເສດຖະກິດຕະຫຼາດສັງຄົມນິຍົມ. ການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຈຶ່ງໄດ້ກາຍເປັນນະໂຍບາຍພື້ນຖານແຫ່ງຊາດດ້ານການບໍລິຫານປະເທດຂອງພັກຄອມມູນິດຈີນ.

    ມາຮອດປີ2013 ຄືປີຕໍ່ມາທີ່ທ່ານສີຈິ້ນຜິງເດີນທາງໄປປູກຕົ້ນໄຮພູເຂົາຢູ່ນະຄອນເຊີ່ນເຈີ້ນ,ກອງປະຊຸມຄົບຄະນະຄັ້ງທີ3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ18ໄດ້ໄຂຂຶ້ນ,ຄະນະນຳຊຸດໃໝ່ຂອງພັກຄອມມູນິດຈີນຈະສືບຕໍ່ຊຸກຍູ້ການປະຕິຮູບຄືແນວໃດ, ເຊິ່ງໄດ້ກາຍເປັນຈຸດສຸມທີ່ດຶງດູດຄວາມສົນໃຈຂອງທົ່ວໂລກ. ເພາະວ່າ ໃນເວລານັ້ນ, ຈີນໄດ້ກ້າວໄປເຖິງຈຸດເວລາທີ່ສຳຄັນອັນໃໝ່ໃນປະຫວັດສາດ ແລະພວມປະເຊີນກັບບັນຫາໃໝ່ທີ່ສຳຄັນຕ່າງໆ.ຢູ່ພາຍໃນປະເທດຈີນ, ຫຼັງຈາກໄດ້ຜ່ານການເຕີບໂຕຢ່າງວ່ອງໄວມາເປັນເວລາຫຼາຍສິບປີແລ້ວ, ບັນຫາຫຍຸ້ງຍາກດ້ານການເຕີບໂຕໄດ້ຄ່ອຍໆປາກົດຂຶ້ນ, ຄວາມຕ້ອງການຂອງປະຊາຊົນທີ່ມີຕໍ່ຊີວິດກາເປັນຢູ່ທີ່ດີງາມໄດ້ປາກົດມີຈຸດພິເສດທີ່ມີຫຼາຍຮູບແບບ, ບັນຫາດ້ານການພັດທະນາທີ່ບໍ່ດຸນດ່ຽງແລະບໍ່ເຕັມສ່ວນໄດ້ພົ້ນເດັ່ນຂຶ້ນ. ເມື່ອເບິ່ງໃນທົ່ວໂລກແລ້ວເຫັນວ່າ: ໂລກພວມປະເຊີນກັບສະພາບການປ່ຽນແປງຢ່າງໃຫຍ່ຫຼວງແບບບໍ່ເຄີຍມີມາກ່ອນໃນຮອບຮ້ອຍປີ, ການປະຕິວັດດ້ານວິທະຍາສາດເຕັກນິກແລະອຸດສາຫະກຳຮອບໃໝ່ພວມພັດທະນາຂຶ້ນ, ລັດທິປົກປ້ອງການຄ້າກັບກະແສແນວຄິດຕ້ານໂລກາພິວັດໄດ້ເພີ່ມຂຶ້ນ.ໂດຍປະເຊີນໜ້າກັບສິ່ງທ້າທາຍຕ່າງໆຈາກທັງພາຍໃນປະເທດ ແລະ ຕ່າງປະເທດ, ທ່ານສີຈິ້ນຜິງ ທີ່ຫາກໍ່ດຳລົງຕຳແໜ່ງເປັນເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນໄດ້ 1 ປີ ໄດ້ໄຈ້ແຍກສະພາບການ, ກຳແໜ້ນທິດທາງປະຫວັດສາດອັນໃໝ່ແຫ່ງການພັດທະນາຈີນ, ໂດຍນຳໃຊ້ຄຳປຽບທຽບອັນມີຊີວິດຊີວາມາພັນລະນາຂະບວນການປະຕິຮູບຂອງຈີນວ່າໄດ້ເຂົ້າສູ່ “ເຂດນ້ຳເລິກ”ແລ້ວ.

 

ກຳມະກອນພວມເຮັດວຽກຢູ່ໂຮງງານຜະລິດອຸປະກອນຂະໜາດໃຫຍ່ແຫ່ງໜຶ່ງຂອງເຂດພາກຕາເວັນອອກສຽງເໜືອຈີນ. ການລົງເລິກການປະຕິຮູບຢ່າງຮອບດ້ານໄດ້ແກ້ໄຂບັນຫາຫຍຸ້ງຍາກດ້ານເລິກ, ຊຸກຍູ້ການພັດທະນາຖານອຸດສາຫະກຳເກົ່າຢູ່ເຂດພາກຕາເວັນອອກສຽງເໜືອຂອງຈີນໃຫ້ຈະເລີນຢ່າງຮອບດ້ານ.


    ພາຍໃຕ້ການກຳນົດທິດທາງໃໝ່ດັ່ງກ່າວ, ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 18 ໄດ້ຜ່ານຮັບຮອງ “ຂໍ້ຕົກລົງຂອງພັກຄອມມູນິດຈີນກ່ຽວກັບບາງບັນຫາສຳຄັນດ້ານການລົງເລິການປະຕິຮູບຢ່າງຮອບດ້ານ” ທີ່ ທ່ານສີຈິ້ນຜິງ ຮ່າງຂຶ້ນດ້ວຍຕົນເອງ. ຫຼັງຈາກກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 11 ເມື່ອປີ 1978, ໄດ້ຊຸກຍູ້ການປະຕິຮູບຂອງຈີນແບບໄຂສັງກາດໃໝ່ອີກຄັ້ງໜຶ່ງ, ເປີດຍຸກໃໝ່ແຫ່ງການລົງເລິກການປະຕິຮູບຢ່າງຮອບດ້ານ ແລະຊຸກຍູ້ການປະຕິຮູບດ້ວຍການອອກແບບຢ່າງເປັນລະບົບໂດຍລວມ ແລະຖືເອົາຂໍ້ຕົກລົງດັ່ງກ່າວເປັນຈຸດເລີ່ມຕົ້ນໃໝ່ ແລະຢູ່ພາຍໃຕ້ການນຳພາຂອງທ່ານສີຈິ້ນຜິງ, ຈີນໄດ້ເປີດຂະບວນການລົງເລິກການປະຕິຮູບຢ່າງຮອບດ້ານ, ລົງໄປເຖິງບ່ອນເລິກທີ່ສຸດຂອງ “ເຂດນ້ຳເລິກ”.

 

ຮູບຖ່າຍທາງອາກາດຂອງສວນສາທາລະນະຢູ່ເຂດໃໝ່ສົງອ່ານ. ເດືອນເມສາ ປີ2017, ຈີນໄດ້ຕົກລົງສ້າງຕັ້ງເຂດໃໝ່ສົງອ່ານ, ເຂດໃໝ່ສົງອ່ານ ບໍ່ພຽງແຕ່ເປັນຕົວເມືອງແຫ່ງໜຶ່ງທີ່ມີເອກະລັກແບບອັດສະລິຍະ ສີຂຽວ ແລະ ການປະດິດສ້າງ ເທົ່ານັ້ນ, ຍັງມີຄວາມໝາຍເປັນແບບຢ່າງສຳລັບການສ້າງຄວາມທັນສະໄໝແບບຈີນ ກໍເປັນແບບຢ່າງຂອງຈີນສຳລັບຕົວເມືອງທັນສະໄໝລະດັບໂລກນຳອີກ.

 

    ມີຄົນຢາກຖາມວ່າ: ການລົງເລິກການປະຕິຮູບຢ່າງຮອບດ້ານ, ຈະຮອບດ້ານຢູ່ບ່ອນໃດ? ແລະ ເລິກລົງຮອດໃສ? ໃນຖານະເປັນຜູ້ນຳພາການປະຕິຮູບໃນຍຸກໃໝ່, ທ່ານສີຈິ້ນຜິງໄດ້ໃຫ້ຄຳຕອບ.ໃນເມື່ອການປະຕິຮູບຂອງຈີນໄດ້ກ້າວເຂົ້າສູ່ “ເຂດນ້ຳເລິກ” ແລ້ວ, ທາງດ້ານໜ້າຂອງການປະຕິຮູບໄດ້ເຕັມໄປດ້ວຍອຸປະສັກ ແລະ ຄວາມຫຍຸ້ງຍາກລຳບາກ, ຜູ້ປະຕິຮູບຈະແບກຫາບພາລະກຳອັນໜັກໜ່ວງຫຼາຍ.

    ທ່ານສີຈິ້ນຜິງ  ເຄີຍຍົກເອົາບົດກະວີຂອງທ່ານຊູຊື້, ທີ່ເປັນນັກກະວີທີ່ມີຊື່ສຽງໃນລາຊະວົງຊົ້ງເມື່ອ 900 ກວ່າປີກ່ອນຄື: “ຟ້ານສີຈື້ໜານເອີຖູສີຈື້ຢວນ”, ເຊິ່ງໄດ້ສະແດງໃຫ້ເຫັນເຖິງສຽງໃນໃຈຂອງຜູ້ປະຕິຮູບໃນຍຸກໃໝ່ຄື: ຜ່ານຜ່າຂອດຫຍຸ້ງຍາກທີ່ສຸດ, ສະແຫວງຫາເປົ້າໝາຍອັນຍິ່ງໃຫຍ່ ແລະ ສູງສົ່ງທີ່ສຸດ.  ໃນຖານະເປັນນັກທິດສະດີ ແລະ ນັກປະຕິບັດຕົວຈິງ, ທ່ານສີຈິ້ນຜິງໄດ້ຈັດວາງໜ້າທີ່ການປະຕິຮູບທີ່ພວມຢູ່ໃນ “ເຂດນ້ຳເລິກ”ນັ້ນຄວນ “ຂ້າມນ້ຳ”ຄືແນວໃດ, ທັງໄດ້ອອກແຮງແກ້ໄຂບັນຫາຍຸ້ງຍາກດ້ານເລິກຄື: “ຂົວ ຫຼື ເຮືອ”, ແຜນຍຸດທະສາດການລົງເລິກການປະຕິຮູບຢ່າງຮອບດ້ານທີ່ເພິ່ນສະເໜີອອກມານັ້ນມີບ່ອນອີງດ້ານທິດສະດີວິທະຍາສາດ, ທັງມີຊ່ອງທາງທີ່ມີປະສິດທິຜົນ.ໄດ້ສ້າງໃຫ້ເປັນແຜນການປະຕິຮູບທີ່ມີເນື້ອໃນອຸດົມສົມບູນທີ່ສຸດ,ຮອບດ້ານທີ່ສຸດແລະເປັນລະບົບທີ່ສຸດນັບແຕ່ຈີນປະຕິບັດນະໂຍບາຍການປະຕິຮູບແລະເປີດປະຕູສູ່ພາຍນອກເມື່ອປີ1978ເປັນຕົ້ນມາ.

    ອີງຕາມແຜນການດັ່ງກ່າວ, ໂດຍໝາຍໝັ້ນເປົ້າໝາຍລວມແຫ່ງການລົງເລິກການປະຕິຮູບຢ່າງຮອບດ້ານ, ກ່ອນອື່ນ, ທ່ານສີຈິ້ນຜິງໄດ້ສ້າງແຜນວາດການຊຸກຍູ້ການກໍ່ສ້າງລະບຽບການ ແລະ ລະບົບການບໍລິຫານປະເທດໃນຍຸກໃໝ່,ຖືເອົາການຊຸກຍູ້ການັນເປັນທັນສະໄໝດ້ານລະບົບ ແລະ ຄວາມສາມາດການບໍລິຫານປະເທດເປັນແກນກາງ, ເພິ່ນໄດ້ຍຶດໝັ້ນຫຼັກການ “ຜູ້ມີປັນຍານ້ອຍຊ່າງແກ້ໄຂບັນຫາຕົວຈິງບາງຢ່າງເທົ່ານັ້ນ, ຜູ້ມີປັນຍາໃຫຍ່ຈະແກ້ໄຂບັນຫາດ້ວຍການສ້າງລະບຽບການ” ເຊິ່ງເປັນປັດຊະຍາຂອງຄົນຈີນໃນການບໍລິຫານປະເທດແບບດັ້ງເດີມ, ເນັ້ນໜັກການກໍ່ສ້າງດ້ານລະບຽບການທີ່ເປັນຫຼັກ. ນີ້ກໍຄືຈຸດພິເສດທີ່ພົ້ນເດັ່ນທີ່ສຸດຂອງນະໂຍບາຍການລົງເລິກການປະຕິຮູບຢ່າງຮອບດ້ານ.ສຳລັບການບໍລິຫານປະເທດ, ລະບຽບການຈະເສີມຂະຫຍາຍບົດບາດທີ່ມີລັກສະນະເປັນພື້ນຖານ, ໂດຍລວມ ແລະ ຍາວນານ. ຈາກນັ້ນ, ທ່ານສີຈິ້ນຜິງ ໄດ້ສະເໜີມາດຕະການປະຕິຮູບ 190 ຂໍ້ທີ່ມີຄວາມໝາຍສຳຄັນຕໍ່ການປົກຄອງປະເທດຕາມກົດໝາຍ, ເຮັດໃຫ້ການປົກຄອງປະເທດຕາມກົດໝາຍກາຍເປັນການຮັບປະກັນດ້ານລະບຽບການທີ່ເຂັ້ມແຂງທີ່ສຸດຂອງການລົງເລິກການປະຕິຮູບຢ່າງຮອບດ້ານ, ນີ້ສາມາດເວົ້າໄດ້ວ່າໄດ້ແກ້ໄຂບັນຫາກ່ຽວກັບ “ຂົວ” ແລ້ວ.

 

ຢູ່ກຳແພງນະຄອນຈຸ່ງກິ່ງ, ຜູ້ພິພາກສາລົງສູ່ຊົນນະບົດເພື່ອອະທິບາຍຄວາມຮູ້ກ່ຽວກັບກົດໝາຍແພ່ງ ກົດໝາຍວ່າດ້ວຍຄອບຄົວໃຫ້ແມ່ຍິງເຜົ່າຖູເຈ່ຍ.

 

    ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 19 ໄດ້ພິຈາລະນາ ແລະ ຮັບຮອງຂໍ້ຕົກລົງ ແລະ ແຜນການກ່ຽວກັບການລົງເລິກການປະຕິຮູບຂອງພັກ ແລະ ອົງການຈັດຕັ້ງຂອງລັດ, ໄດ້ເປີດສາກການປະຕິຮູບອົງການຈັດຕັ້ງຂອງລັດທີ່ມີຂະໜາດໃຫຍ່ທີ່ສຸດພາຍຫຼັງປະຕິບັດນະໂຍບາຍການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ, ເຊິ່ງໄດ້ຮັບປະກັນດ້ານອົງການຈັດຕັ້ງເພື່ອລົງເລິກການປະຕິຕູບຢ່າງຮອບດ້ານ, ທັງສາມາດເວົ້າໄດ້ວ່າໄດ້ແກ້ໄຂບັນຫາ “ເຮືອ” ແລ້ວ. ປີນີ້, ກ່ອນຈະຈັດກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 20, ທ່ານສີຈິ້ນຜິງ ໄດ້ໂອ້ລົມກັບນັກວິສາຫະກິດ, ທັງເປັນປະທານພິຈາລະນາແຜນການປະຕິຮູບຫຼາຍສະບັບເຊັ່ນ: “ຄວາມເຫັນກ່ຽວກັບການບູລະນະລະບຽບການວິສາຫະກິດຍຸກປັດຈຸບັນທີ່ມີສີສັນພິເສດຂອງຈີນ” ເປັນຕົ້ນ, ເພິ່ນໄດ້ສະເໜີວ່າ: “ການລົງເລິກການປະຕິຮູບຢ່າງຮອບດ້ານ, ຕ້ອງກຳແໜ້ນຫົວຂໍ້ຫຼັກທີ່ວ່າຄວາມທັນສະໄໝແບບຈີນ.” ເຊິ່ງໄດ້ສົ່ງສັນຍານອັນຈະແຈ້ງຂອງກອງປະຊຸມຄົບຄະນະຄັ້ງທີ3ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ20

 

ເມືອງຕ້າເຟີ່ງ ນະຄອນ ຢຽນເສີງ ແຂວງຈ່ຽງຊູ ເປັນໜຶ່ງໃນບັນດາຖານຜະລິດອຸປະກອນຜະລິດໄຟຟ້າພະລັງງານລົມທາງທະເລທີ່ມີກຳລັງການຜະລິດສັງລວມໃຫຍ່ທີ່ສຸດຢູ່ໃນໂລກ. ໃນໄລຍະ10ປີຜ່ານມາ, ຈີນໄດ້ຍຶດໝັ້ນແນວຄິດການພັດທະນາດ້ວຍຄຸນນະພາບສູງແລະການພັດທະນາຕາມທິດສີຂຽວ, ກຳລັງຕິດຕັ້ງໄຟຟ້າພະລັງງານລົມນັບລວມແລ້ວໄດ້ກ້າວຂຶ້ນເປັນອັນດັບໜຶ່ງຂອງໂລກ.


    ສະນັ້ນສາມາດເຫັນໄດ້ຢ່າງງ່າຍດາຍວ່າ: ໃນໄລຍະ 10ກວ່າປີຜ່ານມາພາຍຫຼັງຈີນກ້າວເຂົ້າສູ່ຍຸກໃໝ່, ທ່ານສີຈິ້ນຜິງ ໄດ້ຈັດເອົາການລົງເລິກການປະຕິຮູບຢ່າງຮອບດ້ານເຂົ້າໃນແຜນຍຸດທະສາດລວມແຫ່ງການບໍລິຫານປະເທດ, ອອກແບບຈາກຂັ້ນເທິງສູງສຸດຕໍ່ການລົງເລິກການປະຕິຮູບຢ່າງຮອບດ້ານ, ໄດ້ຊຸກຍູ້ການປະຕິຮູບທີ່ຮອບດ້ານ, ເລິກເລິ່ງ ແລະ ມີລັກສະນະຂັ້ນພື້ນຖານ, ເຮັດໃຫ້ການປະຕິຮູບຂອງຈີນໄດ້ເກີດການປ່ຽນແປງຢ່າງມີລັກສະນະປະຫວັດສາດຈາກການທາບທາມໃນບາງພາກສ່ວນ, ຜ່ານຜ່າອຸປະສັກຈົນກາຍເປັນລະບົບແລະ ລົງເລິກຢ່າງຮອບດ້ານ.